ໃນວັນທີ14/4/2021 ແລະ ເວລາ 23:20 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າມີໄຟໃໝ້ຢູ່ ເຂດ ບ້ານ ທົ່ງກາງ ເມືອງ ສີສັດຕະນາກ ແຂວງ ນະຄອນຫລວງວຽງຈັນ.

ທີມກູ້ຊີບ-ກູ້ໄພນະຄອນຫຼວງວຽງ1624ຈື່ງອອກກວດສອບເຫດ ພົບເຫັນບ້ານສອງຊັ້ນກຳລັງຖືກໄຟໄໝ້.

.

ດັ່ງນັ້ນທີມກູ້ຊີບ-ກູ້ໄພນະຄອນຫຼວງ 1624 ຈຶ່ງໄດ້ຊ່ວຍສົມທົບກັບເຈົ້າໜ້າທີ ຕຳຫລວດສະກັດກັນຕ້ານອັກຄີໄພ ແລະ ໜ່ວຍກູ້ໄພອື່ນໆ.

ເຫດການຄັ້ງນີ້ມີຜູ້ເສຍຊີວິດ 1 ຄົນ ເພດຍິງ ອາຍຸ 60 ປີ ( ຂໍສະແດງຄວາມເສຍໃຈມາຍັງທາງຄອບຄົວດ້ວຍ). ສ່ວນສາເຫດແລະຜົນເສຍຫາຍທັງໝົດ ເຈົ້າໜ້າທີ່ຈະແຈ້ງພາຍຫຼັງ.

ແຈ້ງເຫດສຸກເສີນໂທ 1624 ຫຼື ຈະໃຫ້ການຊ່ວຍເຫລືອຜ່ານຊ່ອງທາງທະນາຄານກໍໄດ້. ທ່ານສາມາດບໍລິຈາກເຂົ້າບັນຊີ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ໂດຍລະບຸການບໍລິຈາກ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ບັນຊີ; THE ASSOCIATION OF VOLUNTARY RESCUE VIENTIANE ເລກຄບັນຊີ: LAK010120000993902001 ເບີໂທຕິດຕໍ່ 020 22441624່

ຄລິບລາຍງານສົດຈາກ 1623

Leave a Reply

Your email address will not be published. Required fields are marked *