ໃນວັນທີ 14 ເມສາ 2021, ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19, ໄດ້ຖະແຫລງຂ່າວຕໍ່ ສື່ມວນຊົນ ວ່າ:
ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ຍັງເປີດນຳໃຊ້ຢູ່ ທັງໝົດ 42 ສູນ, ມີຜູ້ທີ່ຍັງສືບຕໍ່ຈຳກັດບໍລິເວນມີ 4,217 ຄົນ, ທຸກຄົນແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ COVID-19.
- ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ
- ໃນວັນທີ 13 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 524 ຄົນ;
- ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 1 ຄົນ, ລາຍລະອຽດດັ່ງລຸ່ມນີ້:
ກໍລະນີຢັ້ງຢືນທີ 53
- ເພດຍິງ, ອາຍຸ: 25 ປີ, ສັນຊາດ: ລາວ, ອາຊີບ: ຂາຍອາຫານຕາມສັ່ງຢູ່ເຂດຫົວລຳໂພງ, ກຸງເທບ, ປະເທດໄທ.
- ສະພາບໂດຍລວມ ຜູ້ກ່ຽວບໍ່ມີພະຍາດປະຈໍາຕົວ ແລະ ເປັນຄົນມີສຸຂະພາບແຂງແຮງ
- ວັນທີ 07 ເມສາ 2021: ຜູ້ກ່ຽວເດີນທາງ ມາ ສປປ ລາວ ຜູ້ດຽວ ໂດຍຂື້ນລົດຢູ່ສະຖານທີນີໝໍຊິດ ຈາກນັ້ນລົດອອກປະມານ 19:00 ໂມງ.
- ວັນທີ 08 ເມສາ 2021:ໄດ້ເດີນທາງ ມາຮອດດ່ານວັງເຕົ່າຢູ່ອຸບົນລາດສະທານີ ປະມານ 06 ໂມງເຊົ້າ ແລະ ໄດ້ນັ່ງລໍຖ້າຈົນຮອດປະມານ 07:30 ໂມງເຊົ້າ ຈື່ງຂ້າມດ່ານດັ່ງກ່າວ ເຂົ້າມາ ສປປ ລາວ ໂດຍໄດ້ໃສ່ຜ້າອັດປາກ ແລະ ດັງຕະຫລອດເວລາ ນັບແຕ່ມື້ເດີນທາງ.
- ຫຼັງຈາກນັ້ນ ໄດ້ຖືກເກັບຕົວຢ່າງ ສົ່ງກວດໃນຕອນເຊົ້ານັ້ນ ແລະ ຮອດຕອນບ່າຍ ກໍ່ໄດ້ຖືກສົ່ງມາຕິດຕາມຢູ່ສູນຫຼັກ 21, ເມືອງປະທຸມພອນ
ວັນທີ 08-13 ເມສາ 2021 (ຈໍານວນ 06 ວັນ) - ຜູ້ກ່ຽວໄດ້ນອນຢູ່ສູນຫຼັກ 21 ຮ່ວມກັນກັບຜູ້ອື່ນໃນຫ້ອງດຽວກັນທັງໜົດ 18 ຄົນ (ເປັນເພດຍິງທັງໜົດ).
- ການກິນເຂົ້າກິນນໍ້າ ແມ່ນຜູ້ກ່ຽວໄດ້ກິນແຍກຕ່າງຫາກ ແລະ ກິນຜູ້ດຽວຕະຫລອດເວລາ
ວັນທີ 13 ເມສາ 2021 - ເວລາ 14:00 ໂມງ, ຜົນກວດຢັ້ງຢືນ ແມ່ນພົບເຊື້ອ COVID-19
- ເວລາ 16:00 ໂມງ, ຈື່ງໄດ້ນໍາເອົາຜູ້ກ່ຽວຍ້າຍເຂົ້າມາປີ່ນປົວຢູ່ສູນໂພນທອງ
ສຳລັບກຸ່ມສໍາຜັດໃກ້ຊິດ ທັງໜົດ ມີ ຈໍານວນ 18 ຄົນທີ່ນອນຫ້ອງດຽວກັນ ແມ່ນໄດ້ເກັບຕົວຢ່າງ ມາກວດຢູ່ໂຮງໝໍແຂວງຈໍາປາສັກ ຜົນກວດ ຜູ້ໃກ້ຊີດທັງໝົດ ແມ່ນບໍ່ພົບເຊື້ອໃຫ້ຜົນ – ທັງໝົດ ແຕ່ທາງທີມງານກໍສືບຕໍ່ຕີດຕາມອາການພວກ ແລະ ສືບຕໍ່ ຈຳກັດບໍລິເວນຈົນຄົບ 14 ວັນ
ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ: ປະຈຸບັນ, ຄົນເຈັບຕິດເຊື້ອໂຄວິດ-19 ຍັງນອນຕິດຕາມປິ່ນປົວຢູ່ໂຮງໝໍ ຈຳນວນ 04 ຄົນ (01 ໃໝ່), ໃນນັ້ນ ຢູ່ນະຄອນຫຼວງວຽງຈັນ 3 ຄົນ (ໂຮງໝໍມິດຕະພາບ) ແລະ ແຂວງຈຳປາສັກ 1 ຄົນ, ທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ຈິດໃຈສົມບຸນ ແລະ ແຂງແຮງດີ.