ອີງຕາມການສະເໜີ ຂອງ ນະຄອນຫຼວງວຽງຈັນ ໃນການ ລ໋ອກດາວ ການເຂົ້າອອກ ນະຄອນຫຼວງວຽງຈັນ ລະຫວ່າງ ວັນທີ 13-30 ເມສາ 2021 ນັ້ນ, ຫ້ອງການລັດຖະບານ ເຫັນວ່າ ສະຖານະການ ໂຄວິດ-19 ທີ່ ນະຄອນຫຼວງວຽງຈັນ ຍັງຄວບຄຸມໄດ້.

ຈິ່ງບໍ່ທັນຈໍາເປັນ ຕ້ອງ ລ໋ອກດາວ ນະຄອນຫຼວງວຽງຈັນ. ເຖິງຢ່າງໃດ ກໍ່ດີ ກໍ່ໃຫ້ທຸກຄົນມີສະຕິລະວັງຕົວ. ອ່ານແຈ້ງການຂ້າງລຸ່ມ.

.

ເພີ່ມເຕີບຈາກຄະນະສະເພາະກິດໃຫ້ຮູ້ວ່າຜູູ້ຕິດເຊື້ອພະຍາດໂຄວິດ19 ກໍລະນີທີ 50 ມີປະຫວັດເດີນທາງບໍ່ຈະແຈ້ງ

ຄະນະສະເພາະກິດເພື່ອປ້ອງກັນຄວບຄູມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ19 ຮຽກຮ້ອງໃຫ້ທຸກຄົນໃນສັງຄົມເອົາໃຈໃສ່ປະຕິບັດຕາມມາດຕະການຕ່າງໆທີ່ທາງຄະນະສະເພາະ ວາງອອກຢ່າງເຂັ້ມງວດໂດຍສະເພາະໃນໄລຍະຫລີ້ນບູນປີໃຫມ່ລາວ ເນື່ອງຈາກວັນທີ10 ເມສານີ້ ກວດພົບຄົນຕິດເຊື້ອພະພະຍາດໂຄວິດ19 ພາຍໃນປະເທດທີ່ເປັນກໍລະນີທໍາອິດໃນຮອບ1ປີ.

ໃນການຖະແຫລງຂ່າວປະຈຳວັນກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ19 ໃນຕອນແລງວັນທີ 13 ເມສາ 2021 ຢູ່ກະຊວງສາທາລະນະສຸກ ຮອງສາດສະດາຈານ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈຳການຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະແກ້ໄຂ ການລະບາດຂອງພະຍາດໂຄວິດ19 ໃຫ້ຮູ້ວ່າ: ຜູ້ຕິດເຊື້ອພະຍາດໂຄວິດ19 ກໍລະນີທີ50 ເປັນການຕິດເຊື້ອພາຍໃນປະເທດໃນຮອບ1ປີ ແລະມີປະວັດການເດີນທາງບໍ່ຈະແຈ້ງ, ດັ່ງນັ້ນຄະນະສະເພາະກິດຮຽກຮ້ອງໃຫ້ທຸກຄົນໃນສັງຄົມໂດຍສະເພາະຊາວນະຄອນຫລວງວຽງຈັນ ມີສະຕິລະວັງຕົວ ສີ່ງທີ່ສໍາຄັນໃນໂອກາດສະເຫລີມສະຫລອງບຸນປີໃຫມ່ລາວໃຫ້ທຸກຄົນປະຕິບັດຕາມມາດຕະການເພີ່ມຕື່ມ ເລກທີ3443 ທີ່ທາງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.

ສໍາລັບປະຫວັດການເດີນທາງຂອງຜູ້ຕິດເຊື້ອ ກໍລະນີທີ 50 ດຣ ລັດສະຫມີ ວົງຄໍາຊາວ ຮອງຫົວຫນ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກຊີ້ແຈງວ່າ: ກ່ຽວກັບຂໍ້ມູນການເຄື່ອນໄຫວຂອງຜູ້ຕິດເຊື້ອກໍລະນີທີ 50 ທີ່ເປັນຂ່າວໃນສື່ສັງຄົມອອນລາຍຕ່າງໆນັ້ນເຊັ່ນ: ໄປເຄື່ອນໄຫວຢູ່ງານດອງທີ່ພັດຕະຄານແຫ່ງໜຶ່ງ ຫຼື ການເດີນທາງໄປຍັງສະຖານທີ່ບັນເທິງຕ່າງໆນັ້ນ ພາຍຫຼັງພວກເຮົາໄດ້ລົງສອບສວນແລະ ສອບຖາມປະຫວັດຢ່າງລະອຽດ ຂ່າວລືດັ່ງກ່າວ ແມ່ນບໍ່ເປັນຂໍ້ມູນຄວາມຈິງ.

ດຣ ລັດສະຫມີ ວົງຄຳຊາວ ໃຫ້ຮູ້ຕື່ມວ່າ: ສໍາລັບການເກັບຕົວຢ່າງມາກວດວິເຄາະ ແລະຄົ້ນຫາຜູ້ຕິດເຊື້ອພະຍາດໃນວັນທີ 12 ເມສານີ້ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 475 ຄົນ; ຜົນກວດວິເຄາະທັງໝົດແມ່ນບໍ່ພົບເຊື້ອ, ໝາຍຄວາມວ່າວັນທີ 12 ເມສາ ນີ້ບໍ່ພົບຜູ້ຕິດເຊື້ອໃໝ່ ;ສັງລວມການກວດວິເຄາະນັບແຕ່ ເດືອນມັງກອນ 2020 ຮອດ ປະຈຸບັນໄດ້ເກັບຕົວຢ່າງມາກວດທັງໝົດ 143,956 ຕົວຢ່າງ, ກວດພົບເຊື້ອສະສົມ 52 ຄົນ ປະຈຸບັນ ຄົນເຈັບຕິດເຊື້ອໂຄວິດ-19 ຍັງນອນຕິດຕາມປິ່ນປົວຢູ່ໂຮງໝໍ ຈຳນວນ 3 ຄົນ, ທຸກຄົນ ແມ່ນມີສຸຂະພາບ ແຂງແຮງດີ. ສ່ວນມາດຕະການໃນຄັ້ງຕໍ່ໄປຈະເປັນແນວໃດນັ້ນຂໍໃຫ້ມວນຊົນຕິດຕາມຂ່າວຈາກຄະນະສະເພາະກິດ ແລະ ສື່ມວນຊົນທາງການຂອງລາວ, ຢ່າຫຼົງເຊື່ອສື່ໃໝ່ທີ່ບໍ່ເປັນທາງການ ໂດຍສະເພາະສື່ອອນລາຍທີ່ບໍ່ເປັນທາງການ.

ຂ່າວກ່ອນໜ້ານີ້

ຂ່າວດ່ວນທີ່ສຸດ! ນະຄອນຫຼວງວຽງຈັນ ສະເໜີ ລັອກດາວ. ຂ່າວດ່ວນທີ່ສຸດ! ນະຄອນຫຼວງວຽງຈັນ ສະເໜີ ລັອກດາວ 13-30 ເມສາ 2021 ບອກຕໍ່ໆ ກັນແດ່ເດີ!

.

ກະລະນາບອກຕໍ່ໆກັນແດ່

Leave a Reply

Your email address will not be published. Required fields are marked *