Review ໄປສັກວັນຊີນກັນ COVID-19 [AstraZeneca ເຂັມທຳອິດ] ໂດສຕໍ່ໄປແມ່ນ ວັນທີ 14/06/2021(ບໍ່ສາມາດສັກປົກກັນໄດ້ເດີ້ ໂດສທຳອິດຊະນິດຫນື້ງ ໂດສທີ່ສອງອີກຊະນິດຫນື່ງ)
- ກ່ອນຈະສັກຫມໍເພີ່ນຈະກວດ
- -ອຸ່ນຫະພູມ
- -ຄວາມດັນ
- -ສັກປະຫວັດ ເຄີຍແພ້ຫຍັງບໍ່
- -ມີໂລກປະຈຳຕົວຫຍັງ
- -ແລ້ວ ກໍຈະມີເຈ້ຍ A4 1 ໃບໃຫ້ເຮົາເຊັນ ເພື່ອເກີດຫຍັງຂື້ນ ເພີ່ນຈິງມີຫລັກຖານ
ຕໍ່ມາຫມໍຈະຖາມວ່າ ເຮົາຢາກສັກ ວັກຊິນຊະນິດໃດ ໂຮງຫມໍທີ່ຂ້ອຍໄປສັກ ມີ 2 ແບບ
- -AstraZeneca ຈາກ ສູດຂອງ Oxford ປະສິດພາບ ຝສູງ 62 – 90 % ຜະລິດຢູ່ ປະເທດອິນເດຍ (ຂໍ້ມູນເພີ່ມເຕີມຄື: 1 pack ຈະມີຢູ່ 10 ໂດສ ຕ້ອງໄດ້ເປີດເທຶ່ອດຽວ ແລະ ສັກພ້ອມກັນ 10 ຄົນ ຈະບໍ່ຄົບຈຳນວນ ກໍ່ຈະ ໄດ້ຖ້າ ຫລື ສັກ ຊະນິດອື່ນ
- -Sinopharm ຕາມຮູ້ມາ ປະສິດທີພາບ ສູງເຖິງ 95 % ຜະລິດຢູ່ ປະເທດຈີນ
ຫລັງສັກແລ້ວ ຫມໍເພີ່ນຈະໃຫ້ນັ່ງຖ້າ 15 ນາທີ ເພື່ອເບີ່ງອາການ ຖ້າບໍ່ມີຫຍັງ ຜິດປົກກະຕິ ກໍ່ກັບບ້ານໄດ້ (ໃຊ້ເວລາ ບໍ່ຮອດ 10 ນາທີ ຕັ້ງແຕ່ຂັ້ນທຳອິດ ຈົນຈົບ)
- ຫມໍຢໍ້າວ່າ ຕ້ອງງົດ
- -ເຫລົ້າ,ເບຍ 5-7 ມື້ (ສຸຣາ-ນາລີ 😬)
- -ຫ້າມນອນເດີກ
- -ພັກຜ່ອນຫລາຍໆ

ຕອນນີ້ ອາການຊົງຕົວປົກກະຕິ ແຕ່ຮູ້ສືກ
- -ຕື່ງໆຢູ່ແຂກທີ່ ສັກ
- -ຮູ້ສືກຊາໆ ນຳຕົນຕົວ
- -ຮູ້ສືກຄີງຮ້ອນໆ (ຫລື ອາກາດຮ້ອນ ບໍ່ຈັກ)
- -ຮູ້ສືກກະຫາຍນຳ້ເປັນພິເສດ
ກ່ອນໄປສັກ ຄວນກຽມຕົວແນວໃດ ?
- -ຕ້ອງກວດເບີ່ງວ່າ ບັດປະຈຳ ຫລື ສຳມະໂນ ແມ່ນຂື້ນກັບເຂດໃດ ໄປສັກເຂດນັ້ນ ເພື່ອຫມໍ ຈະໄດ້ກັບຂໍ້ມູນ
- -ຕິດຕໍ່ສອບຖາມນຳຫ້ອງການບ້ານ ເພື່ອເອົາຂໍ້ມູນທີ່ແນ່ນອນ
- ເຊັ່ນ: ໂຮງຫມໍເພີ່ນຈະມີ ວັກຊີນຫລາຍໂຕ ເຊັ່ນ: AstraZeneca, Sinopharm & Sputnik
- -ຄວນສືກສາຂໍ້ມູນ ປະສິດທິພາບ ຂອງວັກຊີນ ແຕ່ລະອັນ ຢູ່ website or online ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health
- -ກຽມບັດປະຈຳຕົວ ຫລື ສຳມະໂນຄົວ ໄປພ້ອມ ເພາະ ເຮົາຕ້ອງໄດ້ ຂຽນແບບຟອມ ຕອນຢູ່ໂຮງຫມໍ ແລະ ຍືນຍັນຄົວຕົນ
- -ຄວນພັກຜ່ອນໃຫ້ພຽງພໍ ບໍ່ຕ້ອງນອນເດີກ 10:00 pm ນີ່ພໍດີ
- -ທີ່ສຳຄັນຄື: Free… Free… Free…
- -ວັນທີ 19/04/ ຈິງໄປເດິ້ ເພາະເພີ່ນພັກຊ່ວງປີໃຫມ່ລາວ
ຂໍເຊີນຊວນ ຫມູ່ຄູ່ ອ້າຍເອື້ອຍນ້ອງ ພາກັນໄປ ຊັກ ວັກຊີນກັນ COVID-19 ຊ່ະ ຈັ່ງຊິບໍ່ໄດ້ພາກັນ ລະແວ່ງຄົນຂ້າງໆ ແລະ ທັງຊ່ວຍຫລຸດຄວາມສ່ຽງຕໍ່ຄອບຄົວ ກໍ່ຄືຄົນທີ່ ເຮົາຮັກ.
ເຮົາປະຕິເສດບໍ່ໄດ້ວ່າ ຂ້ອຍໃສ່ mask, ລ້າງມືຕະຫລອດ ແລະ ເວັ້ນໄລຍະຫ່າງ ແລະ ສຳຄັນສຸດຄື ເມື່ອທຸກຄົນສັກແລ້ວ ເຮົາກໍຈະມີ ພູມຄຸ້ມກັນ ຕໍ່ສູ້ກັບ ພະຍາດ (PS: ສັກແລ້ວ ບໍ່ໄດ້ຫມາຍຄວາມວ່າ ຊິບໍ່ຕິດ COVID-19 ເດີ້).
ຕອນນີ້ ເຮົາໂຮງຫມໍ ມີວັກຊີນ ຈຳນວນຫລາຍທີ່ ຢາກໃຫ້ ປະຊາຊົນ ສະຫມັກໃຈໄປສັກ ບໍ່ຈຳເປັນຕ້ອງແມ່ນກຸ່ມສ່ຽງ ປະຊົນຊົນ ກໍໄປສັກໄດ້ ເດີ້.

Finally got the Oxford-AstraZeneca vaccine (known as Covishield as it is manufactured locally by the Serum Institute of India, the world’s largest vaccine manufacturer).
Effectiveness: 62-90%
*Please contact your village/district administration for advice on what vaccine is available and where to get one.
- #ລາວຮ່ວມໃຈສັກວັກຊີນ
- #UNICEFLaos
- #vaccinatelaos
