ສະບາຍດີບັນດາທ່ານຜູ້ຂັບຂີ່ທີ່ຈະຂຶ້ນທາງດ່ວນ, ທາງດ່ວນວຽງຈັນ-ວັງວຽງຂໍແຈ້ງມາຍັງທ່ານຊາບວ່າ:

ຊ່ວງວັນບຸນປີໃໝ່ລາວ ພສ 2564 ນີ້, ທາງເຈົ້າໜ້າທີ່ຕຳຫຼວດຈະລາຈອນຈະໄດ້ມີການຕັ້ງດ່ານຕໍ່ໜ້າກ່ອນຈະເຂົ້າສະຖານີນະຄອນຫຼວງວຽງຈັນ ແລະ ສະຖານີວັງວຽງ, ເພື່ອກວດກາທາດເຫຼົ້າ ແລະ ເອກະສານຕ່າງໆ.

ພ້ອມດຽວກັນນັ້ນ, ຢູ່ທີ່ປ່ອງເກັບເງິນຂອງສະຖານີນະຄອນຫຼວງວຽງຈັນກໍ່ມີເຈົ້າໜ້າທີ່ຕຳຫຼວດຈະລາຈອນນະຄອນຫຼວງດຳເນີນການໂຄສະນາເຜີຍແຜ່ຫຼັກການການນຳໃຊ້ທາງດ່ວນຢ່າງຖືກຕ້ອງ ແລະ ປອດໄພ.

ພ້ອມດຽວກັນນັ້ນ,ພະນັກງານທາງດ່ວນກໍ່ຈະປະກອບສ່ວນແຈກຢາຍແຜ່ນພັບ(ໂບຊົວ) ກ່ຽວກັບຫຼັກການນຳໃຊ້ທາງດ່ວນຢ່າງຖືກຕ້ອງ.

ປີໃໝ່ນີ້ຂໍອວຍພອນໄຊໃຫ້ບັນດາທ່ານຂັບຂີ່ປອດໄພ ແລະ ຂໍຂອບໃຈທ່ານທີ່ໃຫ້ຄວາມຮ່ວມມື.🙏

Leave a Reply

Your email address will not be published. Required fields are marked *