ສໍານັກງານນາຍົກແຕ່ງຕັ້ງຫົວໜ້າຄະນະສະເພາະກິດຕອບໂຕ້ໂຄວິດ-19 ລະດັບຊາດຜູ່ໃໝ່
ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ຖືກແຕ່ງຕັ້ງເປັນຫົວຫນ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຜູ້ໃໝ່ ເຊິ່ງປ່ຽນແທນຈາກ ທ່ານ ສົມດີ ດວງດີ ອະດີດຮອງນາຍົກລັດຖະມົນຕີ, ຫົວຫນ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຜູ້ເກົ່າ.
ອີງຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີເລກທີ 22/ນຍ ວັນທີ 1 ເມສາ 2021.

ສໍາລັບບັນດາທ່ານອື່ນແມ່ນໃຫ້ຮັກສາໄວ້ຕາມຂໍ້ຕົກລົງ ສະບັບເລກທີ 09/ນຍ, ລົງວັນທີ 03 ກຸມພາ 2020ວ່າດ້ວຍ ການແຕ່ງຕັ້ງຄະນະເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19.

.

.
