ແຈ້ງການກ່ຽວກັບອຸປະຕິເຫດ!!ໃນວັນທີ 12 ເມສາ 2021 ໄດ້ເກີດອຸປະຕິເຫດຢູ່ລະຫວ່າງຊ່ວງທາງສະຖານີນ້ຳງື່ມໄປຫາສະຖານີຫີນເຫີບ, ສາເຫດຂອງການເກີດອຸປະຕິເຫດໃນຄັ້ງນີ້ແມ່ນເນື່ອງມາຈາກຜູ້ຂັບຂີ່ມີອາການອິດເມື່ອຍ, ປະກອບກັບການຂັບລົດໄວເກີນກຳນົດ ແລະ ບັນທຸກຜູ້ໂດຍສານເກີນມາດຕະຖານ, ຈຶ່ງເຮັດໃຫ້ລົດເສຍການຄວບຄຸມຕຳເຂົ້າກັບຮົ້ວກັ້ນຂອງທາງດ່ວນ, ອຸປະຕິເຫດຄັ້ງນີ້ແມ່ນບໍ່ມີຜູ້ໄດ້ຮັບບາດເຈັບ.

ສະພາບເຫດການ: ໃນວັນທີ 12 ເມສາ 2021 ເວລາປະມານ 17:40 ນາທີ. ຢູ່ເທິງທາງດ່ວນວຽງຈັນ-ວັງວຽງ, ຢູ່ລະຫວ່າງຊ່ວງທາງສະຖານີນ້ຳງື່ມໄປຫາສະຖານີຫີນເຫີບ. ຢູ່ຈຸດກິໂລແມັດທີ K76+200 ໄດ້ມີລົດກະບະສີດຳຄັນໜຶ່ງປະສົບອຸປະຕິເຫດຕຳເຂົ້າກັບຮົ້ວກັ້ນຂອງທາງດ່ວນ.

ປະຈຸບັນຕຳຫຼວດຈະລາຈອນ ແລະ ພະນັກງານບໍລິຫານຄຸ້ມຄອງທາງດ່ວນໄດ້ໄປຮອດທີ່ຈຸດເກີດເຫດ ແລະ ກວດສອບຫາສາເຫດທີ່ພາໃຫ້ເກີດອຸປະຕິເຫດຄັ້ງນີ້, ພ້ອມທັງດຳເນີນການຊ່ວຍເຫຼືອຜູ້ທີ່ປະສົບອຸປະຕິເຫດທັນທີ. ອີງຕາມການໃຫ້ການຂອງຜູ້ຂັບຂີ່ຈຶ່ງໄດ້ຊາບວ່າ:ຜູ້ກ່ຽວແມ່ນມີອາການອ່ອນເພຍ ແລະ ອິດເມື່ອຍຫຼາຍ,

ໃນລະຫວ່າງທີ່ຂັບລົດຈຶ່ງເກີດອາການເຫງົານອນ, ປະກອບກັບການຂັບລົດດ້ວຍຄວາມໄວສູງ, ຈຶ່ງເຮັດໃຫ້ເສຍການຄວບຄຸມຕຳເຂົ້າກັບຮົ້ວກັນ. ນອກນັ້ນ, ເມື່ອຜູ້ໂດຍສານທັງໝົດລົງມາຈາກລົດກໍ່ປາກົດວ່າມີຄົນນັ່ງມາ 6 ຄົນເຊິ່ງເກີນກວ່າທີ່ມາດຕະຖານກຳນົດ, ເພາະອີງຕາມມາດຕະຖານແລ້ວ, ປະເພດລົດກະບະແມ່ນສາມາດບັນຈຸຄົນໂດຍສານໄດ້ພຽງ 5 ຄົນເທົ່ານັ້ນ, ດັ່ງນັ້ນຜູ້ຂັບຂີ່ທ່ານນີ້ຈຶ່ງຕົກຢູ່ໃນກໍລະນີບັນທຸກຄົນເກີນກວ່າມາດຕະຖານກຳນົດ.

- ບໍລິສັດທາງດ່ວນລາວ-ຈີນຂໍເຕືອນມາຍັງນັກຂັບຂີ່ທຸກທ່ານ, ອຸປະຕິເຫດຄັ້ງນີ້ເຮັດໃຫ້ພວກເຮົາຮຽນຮູ້ວ່າ:
- 1ກະລຸນາຢ່າຂັບຂີ່ໃນຂະນະທີ່ອິດເມື່ອຍ
- 2 ກະລຸນາຢ່າບັນທຸກຄົນເກີນມາດຕະຖານ
- 3 ກະລຸນາຢ່າຂັບລົດໄວເກີນກຳນົດ.
- ຂໍໃຫ້ທຸກທ່ານຂັບຂີ່ຢ່າງມີສະຕິ

.
