ລາຍງານຈາກຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ປະຈຳວັນຈັນ ວັນທີ 12 ເມສາ ປີ 2021

  • I. ສະພາບການລະບາດຂອງພະຍາດ COVID-19 ຢູ່ ໃນໂລກ ແລະ ສປປ ລາວ
  • ປະຈຸບັນ ທົ່ວໂລກມີການລາຍງານການລະບາດຂອງພະຍາດ COVID-19 ທັງໝົດ 219 (ປະເທດ/ເຂດ), ຜູ້ຕິດເຊື້ອສະສົມ 136,612,738 ຄົນ, ເສຍຊິວິດສະສົມ 2,948,824 ຄົນ ແລະ ປີ່ນປົວຫາຍດີ 109,840,346 ຄົນ;
  • ປະເທດອາເມຣິກາ ຍັງເປັນອັນດັບໜຶ່ງ ຜູ້ຕິດເຊື້ອສະສົມຫຼາຍກວ່າ 31,917,389 ຄົນ ແລະ ເສຍຊີວິດສະສົມຫຼາຍກວ່າ 575,821 ຄົນ;
  • ອັນດັບສອງ ແມ່ນປະເທດ ອິນເດຍ ມີຜູ້ຕິດເຊື້ອສະສົມ 13,525,364 ຄົນ ແລະ ເສຍຊີວິດສະສົມ 170,209 ຄົນ;
  • ສຳລັບບັນດາປະເທດອາຊຽນ, ປະເທດອິນໂດເນເຊຍ ແມ່ນມີຜູ້ຕິດເຊື້ອສະສົມສູງກວ່າ 1,5 ລ້ານກວ່າຄົນ (ອັນດັບທີ 19 ຂອງໂລກ), ຖັດລົງມາແມ່ນປະເທດ ຟີລິບປິນ, ມາເລເຊຍ, ມຽນມ້າ ຕາມລຳດັບ;
  • ສຳລັບສະພາບການຕີດເຊື້ອ ພະຍາດໂຄວິດ-19 ຢູ່ປະເທດອ້ອມຂ້າງສປປ ລາວເຮົາ
  • ໄທ: ມີລາຍງານການລະບາດພາຍໃນປະເທດຮອບໃໝ່ ໃນເດືອນເມສາ ເຊິ່ງມີລາຍງານໃນແຕ່ລະວັນເພິ່ມສູງຂຶ້ນຫຼາຍຮ້ອຍກວ່າຄົນຕໍ່ມື້, ສຳລັບ ມື້ວານນີ້ ມີຈຳນວນຜູ້ຕິດເຊື້ອໃໝ່ 967 ຄົນ ແລະ ບໍ່ມີເສຍຊີວິດເພິ່ມ;
  • ກຳປູເຈຍ: ກໍລະນີສະສົມທັງໝົດ 4,238 ຄົນ, ມີລາຍງານຜູ້ຕິດເຊື້ອໃໝ່ 157 ຄົນ ແລະ ເສຍຊີວິດສະສົມ 29 ຄົນ (ເສຍຊີວິດໃໝ່ 3 ຄົນ);
  • ສປ ຈີນ: ຕິດເຊື້ອໃໝ່ 10 ຄົນ, ບໍ່ມີຜູ້ເສຍຊີວິດໃໝ່;
  • ມ້ຽນມາ: ມີລາຍງານຜູ້ຕິດເຊື້ອໃໝ່ 4 ຄົນ, ບໍ່ມີລາຍງານຜູ້ເສຍຊີວິດ;
  • ສສ ຫວຽດນາມ: ມີກໍລະນີຕິດເຊື້ອໃໝ່ 1 ຄົນ, ບໍ່ມີຜູ້ເສຍຊີວີດໃໝ່;

II. ການເຝົ້າລະວັງ COVID-19 ຢູ່ ສປປ ລາວ

  1. ການຕິດຕາມຜູ້ຖືກຈຳກັດບໍລິເວນ ຢູ່ໃນສະຖານທີ່ ທີ່ກຳນົດໄວ້ ໃນຂອບເຂດທົ່ວປະເທດ: ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ຍັງເປີດນຳໃຊ້ຢູ່ ທັງໝົດ 42 ສູນ, ຜູ້ທີ່ຍັງສືບຕໍ່ຈຳກັດບໍລິເວນມີ 4,256 ຄົນ, ທຸກຄົນແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ COVID-19.
  2. ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ: ໃນວັນທີ 11 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 885 ຄົນ; ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 1 ກໍລະນີ, ລາຍລະອຽດດັ່ງຕໍ່ໄປນີ້:

 ກໍລະນີຢັ້ງຢືນທີ 52:

  • ເພດຊາຍ, ອາຍຸ 48 ປີ, ສັນຊາດ: ອົດສະຕາລີ, ອາຊີບ: ພະນັກງານ
  • ຜູ້ກ່ຽວ ແຂງແຮງດີ, ບໍ່ມີອາການຫຍັງສະແດງ ແລະ ຍັງບໍ່ທັນໄດ້ຮັບການສັກຢາກັນພະຍາດ COVID-19 ເທື່ອ.
  • ກ່ອນເດີນທາງມາ ສປປ ລາວ ໄດ້ກວດຊອກຫາເຊື້ອ COVID-19 ໃນວັນທີ 8 ເມສາ 2021 ຢູ່ປະເທດອີີຣັກ, ຜົນກວດແມ່ນບໍ່ພົບເຊື້ອ.
  • ວັນທີ 9 ເມສາ 2021 ເດີນທາງຈາກສະໜາມບິນ Doha, ປະເທດອີຣັກ ຫາ ສະໜາມບິນ Kuala Lumpur, ປະເທດມາເລເຊຍ ແລະ ມາຮອດ ສປປ ລາວ ໃນວັນທີ 11 ເມສາ 2021, ພວກເຮົາໄດ້ເກັບຕົວຢ່າງກວດ, ຜົນກວດ ຢັ້ງຢືນ ພົບເຊື້ອ COVID-19.
  • ປະຈຸບັນ ຜູ້ກ່ຽວໄດ້ເຂົ້າແຍກປ່ຽວ, ປິ່ນປົວ ແລະ ຕິດຕາມອາການ ຢູ່ໂຮງໝໍມິດຕະພາບ.
  • ພວກເຮົາໄດ້ຕິດຕາມຜູ້ສຳຜັດໃກ້ຊິດທັງໝົດ 26 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ແລະ ຜົນກວດທັງໝົດ ແມ່ນບໍ່ພົບເຊື້ອ, ພ້ອມດຽວກັນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົບຄົບ 14 ວັນ.

ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດ ປະຈຸບັນ ໄດ້ເກັບຕົວຢ່າງມາກວດທັງໝົດ 143,481 ຕົວຢ່າງ, ກວດພົບເຊື້ອສະສົມ 52 ຄົນ.

Leave a Reply

Your email address will not be published. Required fields are marked *