ໃນວັນທີ 10 ເມສາ 2021 ເວລາ 20ໂມງ 00ນາທີ ເຈົ້າໜ້າທີ່ ປກສ ເມືອງຈັນທະບູລີໄດ້ຮັບແຈ້ງຄວາມທາງໂທລະສັບວ່າ: ມີສຽງແຕກຢູ່ບ້ານພັກແຫ່ງໜຶ່ງເຂດບ້ານໂພນຕ້ອງສະຫວາດ ສະນັ້ນເຈົ້າໜ້າທີ່ຈຶ່ງໄດ້ລົງເກັບກຳຂໍ້ມູນສະຖານທີ່ເກີດເຫດຮູ້ໄດ້ວ່າ: ພະນັກງານອະນາໄມໄດ້ເຂົ້າໄປອະນາໄມຢູ່ຫ້ອງພັກເບີ 13 ພົບເຫັນເປືອກຂອງໝາກກະໂພກຢູ່ກະຕ່າຂີ້ເຫຍື້ອປະເພດໝາກບານປະມານ 50 ກວ່າລູກ, ພົບເຫັນອຸປະກອນເ ສ ບ ຢ ຈຳນວນໜຶ່ງ, ທາດແຕກຮູບສີ່ແຈເສັ້ນຜ່າກາງປະມານ 4ຊັງຕີແມັດ ຈຳນວນ 06 ໜ່ວຍຫຸ້ມດ້ວຍເຈ້ຍ ແລະ ພັນດ້ວຍສະກ໋ອດ ຈຶ່ງໄດ້ນຳມາປະໄວ້ໂຕະຮັບແຂກ ແຕ່ຜູ້ກ່ຽວບໍ່ຮູ້ວ່າແມ່ນຫຍັງຈຶ່ງໄດ້ດຶກຖີ້ມເຮັດໃຫ້ມີສຽງແຕກຢ່າງແຮງ, ຜ່ານການສືບສວນ-ສອບສວນທາງເຕັກນິກວິຊາສະເພາະຮູ້ໄດ້ວ່າ: ລູກຄ້າທີ່ເຂົ້າມາໃຊ້ບໍລິການຫ້ອງດັ່ງກ່າວມີ ສອງຄົນຄື: ທ້າວ ພອນສະຫວັນ, ອາຍຸ 15 ປີ, ປະຊາຊົນຢຸ່ບ້ານໂພນຄຳ, ເມືອງສີໂຄດຕະບອງ ນວ ແລະ ທ້າວ ເທບພອນ ອາຍຸ 16 ປີ, ປະຊາຊົນບ້ານຫ້ວຍຫົງ ເມືອງຈັນທະບູລີ ນວ ຈຶ່ງໄດ້ເຂົ້າຄວບຄຸມຕົວມາດຳເນີນການສອບສວນ.

.

ຕໍ່ກັບເຫດການດັ່ງກ່າວ ພາຍຫຼັງສືບສວນ-ສອບສວນ ຈະແຈ້ງແລ້ວແມ່ນຈະລາຍງານຜົນການສືບສວນ-ສອບສວນພາຍຫຼັງ.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງບັນດາເຈົ້າຂອງຫົວ ໜ່ວຍທຸລະກິດ, ຮ້ານຂາຍເຄື່ອງ, ພໍ່ແມ່ປະຊາຊົນ, ຊາວໜຸ່ມ-ນັກຮຽນທົ່ວນະຄອນຫຼວງວຽງຈັນ ຈົ່ງຢຸດຕິການຊື້-ຂາຍ ແລະ ຈູດໝາກກະໂພກ, ບັ້ງໄຟດອກ ຕາມຂໍ້ຕົກລົງເລກທີ 620/ຈນວ ວ່າດ້ວຍການຄວບຄຸມສຽງເນືອງນັນ ແລະ ໃນໄລຍະການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2564ນີ້ ຮຽກຮ້ອງທຸກຄົນຫ້າມຊື້-ຂາຍໝາກກະໂພກຢ່າງເດັດຂາດ ຖ້າຜູ້ໃດລະເມີດຫາກທາງເຈົ້າໜ້າທີ່ພົບເຫັນຈະໄດ້ດຳເນີນຕາມມາດຕະການທາງດ້ານບໍລິຫານ ແລະ ກົດໝາຍ ທັງນີ້ກໍ່ເພື່ອເປັນການຕ້ານສະກັດກັ້ນເຫດການທີ່ບໍ່ເພິ່ງປາຖະໜາທີ່ອາດຈະເກີດຂຶ້ນເຊັ່ນ: ອັກຄີໄພ, ບາດເຈັບຈາກການຈຸດໝາກກະໂພກ ແລະ ອື່ນໆ, ພ້ອມນີ້ຊ່ວຍເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ຖ້າພົບບຸກຄົນ, ກຸ່ມຄົນທີ່ເຄື່ອນໄຫວທີ່ຜິດຕໍ່ກົດໝາຍບ້ານເມືອງ ແຈ້ງຂໍ້ມູນມາໃຫ້ເຈົ້າໜ້າທີ່ບ່ອນທີ່ໃກ້ທີ່ສຸດ ຫຼື ແຈ້ງທາງເບີວອດແອັບ 02028899774 ແລະ ແຈ້ງຜ່ານທາງຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

.

ຂ່າວໂດຍ: ຮອ ຄຳພຸດ ອິນທະຈັກ