- ເພດຊາຍ, ອາຍຸ 41 ປີ, ສັນຊາດໄທ, ອາຊິບ: ນັກທຸລະກິດ
- ຜູ້ກ່ຽວ ມາຢູ່ ສປປ ລາວ ແຕ່ເດືອນກຸມພາ 2020 ຈົນຮອດປະຈຸບັນ ແມ່ນບໍ່ໄດ້ກັບປະເທດໄທ
- ຜູ້ກ່ຽວ ແມ່ນພັກຢູ່ຮ້ານອິນເຕີເນັດ 189 ((ຂໍສະຫວງນຊື່ຮ້ານ), ບ້ານໂພນຕ້ອງ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ
ຜູ້ກ່ຽວບໍ່ມີພະຍາດປະຈໍາຕົວ ແລະ ເປັນຄົນມີສຸຂະພາບແຂງແຮງ
ກ່ອນໜ້າ 01 ອາທິດຜ່ານມາ (ນອນໃນວັນທີ 03 ເມສາ 2021)
- ຜູ້ກ່ຽວໄດ້ອອກຈາກຮ້ານອິນເຕີເນດ 189 ເດີນທາງໄປເມືອງຫາດຊາຍຟອງ ເພື່ອຊອກສະຖານທີຂຸດໜອງປາ ແລ້ວ ຮູ້ສຶກຢາກກິນນໍ້າ ຈື່ງຂີ່ລົດ ໄປທາງຂົວມິດຕະພາບ
- ພໍດີໄປເຈິຄົນໄທ ຈໍານວນ 03 ຄົນ ຖາມວ່າ ຄົນໄທແມ່ນບໍ່ ແລ້ວຕອບວ່າ ແມ່ນແລ້ວແມ່ນຄົນໄທ ຢູ່ແຖວສຸຂຸມວິກ, ກຸງເທບ, ປະເທດໄທ ແລະ ໄດ້ຍິນເວົ້າພາສາລາວ 01 ຄົນ, ແຕ່ບໍ່ແນ່ໃຈວ່າ ແມ່ນຄົນອີສານ ຫລືຄົນລາວ
- ຄົນໄທ ຈໍານວນ 03 ຄົນ ແມ່ນລັກຂີ່ເຮຶອນ້ອຍ ເຂົ້າມາແຕ່ບໍ່ຮູ້ວ່າເຂົ້າມາທາງໃດ, ຄິດວ່າ ກັບປະເທດໄທແລ້ວ.
- ສ່ວນຄົນອີສານ ຫລືຄົນລາວ ແມ່ນບໍ່ຮູ້ວ່າເຂົາເຈົ້າ ຢູ່ໃສ່
- ໄດ້ກິນເບຍນໍາກັນ ຢູ່ແຄມທາງ ແຕ່ບໍ່ໄດ້ເຂົ້າຮ້ານ ໃຊ້ເວລາ ປະມານ 30-40 ນາທີ
ວັນທີ 06-07 ເມສາ 2021
- ກ່ອນໜ້າມີອາການ ຜູ້ກ່ຽວແມ່ນພັກຢູ່ຊັ້ນສອງຂອງຮ້ານອິນເຕິເນດ 189 ແມ່ນບໍ່ໄດ້ພົວພັນໃຜ ແລະ ປົກກະຕິຜູ້ກ່ຽວກໍ່ບໍ່ໄດ້ລົງມາຂ້າງລຸ່ມ
- ພະນັກງານ ຢູ່ພາຍໃນຮ້ານ ປະມານ 05 ຄົນ
ວັນທີ 08 ເມສາ 2021
- ຜູ້ກ່ຽວມີອາການໄຂ້, ໄອ ແຕ່ໄອບໍ່ຫລາຍ, ປວດຕາມຕົນໂຕ ແລະ ມີອາການເຈັບຄໍ.
ວັນທີ 09 ເມສາ 2021
- ເວລາ 08:00-10:30 ໂມງ, ຜູ້ກ່ຽວໄດ້ໄປຢາມເຮືອນແຟນຂອງຜູ້ກ່ຽວ ຢູ່ບ້ານສີບຸນເຮືອງ (ຂໍສະຫວງນຊື່ບ້ານ), ເມືອງຈັນທະບູລີ ຊື່ງມີທັງໜົດ 04 ຄົນລວມທັງຜູ້ກ່ຽວ (ຄອບຄົວຂອງແຟນ (ແມ່, ອ້າຍ, ແຟນ ແລະ ຜູ້ກ່ຽວ), ແຕ່ຜູ້ກ່ຽວກໍ່ໃຊ້ mask ຕະຫລອດເວລາ.
- ເວລາຕໍ່ມາອ້າຍຂອງແຟນ ໄດ້ພາຜູ້ກ່ຽວໄປຫ້ອງການຢູ່ຈີ່ນາຍໂມ້ ແລະ ໄດ້ພົບອີກ 01 ຄົນ, ແຕ່ຜູ້ກ່ຽວກໍ່ໃຊ້ mask ຕະຫລອດເວລາ (ອ້າຍຂອງແຟນເປັນຄົນຂັບລົດ ແລະ ຜູ້ກ່ຽວນັ່ງຢູ່ທາງຫຼັງ)
- ເວລາ 10:00 ໂມງກາງຄືນ, ມີຜູ້ຊາຍຄົນໜື່ງ ຍ່າງຂື້ນໄປເອົາເງິນ ໃຫ້ຜູ້ກ່ຽວຢູ່ຫ້ອງ ປະໄວ້ ແລ້ວກໍ່ຍ່າງລົງມາໃຊ້ເວລາບໍ່ດົນ (ແຕ່ມູມມອງສ່ວນຕົວ ອາດຈະໃຊ້ເວລາດົນ)
ວັນທີ 10 ເມສາ 2021
- ໄດ້ມາກວດ, ນອນຕິດຕາມ ແລະ ປີ່ນປົວຢູ່ໂຮງໝໍມິດຕະພາບ ລວມທັງເກັບຕົວຢ່າງມາກວດ ຢູ່ສູນວິເຄາະ ແລະ ລະບາດວິທະຍາ, ຜົນກວດອອກແມ່ນພົບເຊື້ອພະຍາດ COVID-19
- ປະຈຸບັນນີ້ ຄົນເຈັບນອນຕິດຕາມ, ປີ່ນປົວ ແລະ ແຍກປ່ຽວຢູ່ໂຮງໝໍມິດຕະພາບ