ແຈ້ງການກ່ຽວກັບອຸບັດຕິເຫດ: ໃນວັນທີ 10 ເມສາ 2021 ເນື່ອງຈາກຜູ້ຂັບຂີ່ໄດ້ຂັບລົດໄວເກີນກຳນົດ,ຈຶ່ງເຮັດໃຫ້ເກີດອຸບັດຕິເຫດລົດຕຳທ້າຍກັນ, ແລ້ວເສຍຫຼັກໄປຕໍາກັບຮົ້ວກັ້ນຂອງທາງດ່ວນ.

ສະພາບເຫດການ: ໃນຕອນຄ່ຳຂອງວັນທີ 10 ເມສາ 2021 ເວລາປະມານ 20:30 ນາທີ. ຢູ່ເທິງທາງດ່ວນ ວຽງຈັນ-ວັງວຽງ, ລະຫວ່າງສະຖານີ ບ້ານບົວ-ນາຊອນ ຈຸດກິໂລແມັດທີ (K10+000).
ລົດເກັງຄັນສີແດງໄດ້ຕໍາເອົາທ້າຍລົດປະເພດSUV , ພ້ອມກັນນັ້ນລົດເກັງຄັນສີແດງຍັງໄດ້ໄປຕໍາເຂົ້າກັບຮົ້ວກັ້ນຂອງທາງດ່ວນອີກ, ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບພຽງເລັກໜ້ອຍຈຳນວນ 1 ຄົນ.

ຕຳຫຼວດຈະລາຈອນ ແລະ ພະນັກງານບໍລິຫານຄຸ້ມຄອງທາງດ່ວນໄດ້ໄປຮອດຈຸດທີ່ເກີດເຫດ ແລະ ກວດສອບຫາສາເຫດທີ່ພາໃຫ້ເກີດອຸບັດຕິເຫດຄັ້ງນີ້, ພ້ອມທັງດຳເນີນການຊ່ວຍເຫຼືອຜູ້ທີ່ປະສົບອຸບັດຕິເຫດທັນທີ.
ອີງຕາມການອະທິບາຍເຫດການຂອງຜູ້ຂັບຂີ່: ຈຶ່ງໄດ້ຊາບວ່າຜູ້ກ່ຽວໄດ້ຂັບລົດດ້ວຍຄວາມໄວປະມານ 160 ກິໂລແມັດຕໍ່ຊົ່ວໂມງ, ໃນຂະນະທີ່ຈະເກີດເຫດຜູ້ກ່ຽວຕ້ອງການຫຼີກເວັ້ນລົດຄັນອື່ນ, ຈຶ່ງໄດ້ຫັກຫຼີກລົດຢ່າງກະທັນຫັນ ແລະ ດ້ວຍການຂັບຂີ່ທີ່ໄວຈຶ່ງບໍ່ສາມາດຄວບຄຸມລົດໄດ້, ເຮັດໃຫ້ລົດໄປຕໍາເອົາທ້າຍລົດປະເພດSUV ທີ່ຂັບມາໂດຍປົກກະຕິ.

ນອກຈາກນັ້ນຜູ້ຂັບຂີ່ຍັງໄດ້ສວມໃສ່ເກີບແຕະທີ່ເຮັດໃຫ້ຂັບຂີ່ບໍ່ສະດວກ ແລະ ໃນລົດເກັງຄັນສີແດງກໍ່ຍັງມີການບັນທຸກທີ່ເກີນກຳນົດ ເຊິ່ງມີຜູ້ໂດຍສານທັງໝົດຈໍານວນ 9 ຄົນ, ໃນນັ້ນມີເດັກນ້ອຍອີກຈໍານວນ 3 ຄົນ.

ບໍລິສັດທາງດ່ວນ ວຽງຈັນ-ວັງວຽງ ຂໍເຕືອນມາຍັງນັກຂັບຂີ່ທຸກທ່ານ, ອຸປະຕິເຫດຄັ້ງນີ້ເຮັດໃຫ້ພວກເຮົາຮຽນຮູ້ວ່າ:
- 1 ຫ້າມໃຊ້ຄວາມໄວເກີນກຳນົດໃນການຂັບຂີ່ເທິງທາງດ່ວນ
- 2. ເພື່ອຄວາມປອດໄພຂອງຜູ່ຂັບຂີ່ ແລະ ຜູ່ໂດຍສານ, ກະລຸນາບໍ່ສວມໃສ່ເກີບແຕະທີ່ເຮັດໃຫ້ຂັບລົດບໍ່ສະດວກ.
- 3. ຫ້າມບໍ່ໃຫ້ມີຜູ່ໂດຍສານເກີນກຳນົດ.
