ໃນເວລາ 7 ໂມງ 30 ນາທີ ຂອງວັນທີ ໃນວັນທີ 7 ເມສາ 2021 ໄດ້ເກີດມີໄຟຟ້າມອດຢູ່ທີ່ສະຖານີໄຟຟ້າເມືອງຄຳ ແຂວງຊຽງຂວາງ ແລວໄຟ Feeder 3 ຫາ ເມືອງໜອງແຮດ, ເມື່ອເປັນດັ່ງນັ້ນ ພະນັກງານສູນບໍລິການໄຟຟ້າເມືອງໜອງແຮດໄດ້ລົງກວດກາຕົວຈິງ.
ສາເຫດເກີີດມາຈາກ ຍ້ອນລົດກະບະຕຳເສົາໄຟ 12 ແມັດ ຂອງໄຟຟ້າລະບົບໄຟຈໍາໜ່າຍພາກແຮງດັນ 22 ກວ ທີ່ບ້ານນໍ້າກົ້ນງົວ ເມືອງໜອງແຮດ , ຄວາມເສຍຫາຍແມ່ນ ເສົາຫັກ 1 ຕົ້ນ, ຄອນສາຍ 1 ຄອນ, ດອກກັນໄຟຂາຕັ້ງ 3 ດອກ ແລະ ເຫຼັກແປຄໍ້າຄອນສາຍ 1 ຄູ່.

ດັ່ງນັ້ນ ທາງສູນບໍລິການໄຟຟ້າເມືອງໜອງແຮດຈິ່ງພ້ອມກັນແກ້ໄຂຢ່າງຮີບດ່ວນ ພາຍໃຕ້ການຊີ້ນຳຈາກຄະນະ ໄຟຟ້າລາວ ສາຂາ ແຂວງຊຽງຂວາງ.
ໂດຍການປ່ຽນຖ່າຍສິ່ງທີ່ເປເພເສຍຫາຍ ແລະ ສ້ອມແປງໃຫ້ໄດ້ປົກກະຕິເພື່ອໃຫ້ສາມາດສົ່ງໄຟໄປເຂດ ສຳນັກງານຫ້ອງການເມືອງ ການສ້ອມແປງປ່ຽນຖ່າຍແມ່ນໃຊ້ເວລາ 1 ວັນ ກໍ່ສຳເລັດ ແລະ ສາມາດປ່ອຍໄຟໄດ້ປົກກະຕິ.