ລາຍງານຈາກປະຊາຊົນໃຫ້ຮູ້ວ່າ: ວັນທີ 9/4/2021 ເວລາປະມານ 14:00 ເກີດອຸບັດຕິເຫດລົດຕຳກັນ ຢູ່ບໍລິເວນລະຫວ່າງທາງ ບ້ານ ແຄນຢ່ອງ ມ. ບໍລິຄັນ-ບ້ານ ທ່າສີ ແຂວງບໍລິຄຳໄຊ.

ອຸບັດຕິເຫດຄັ້ງນີ້ແມ່ນ ເປັນລົດເຄນ ກັບລົດກະບະ ຕຳກັນຢູ່ຈຸດທາງໂຄ້ງ ຫລີກກັນບໍ່ຫວິດກັນ ໂຊກດີທີ່ບໍ່ມີໃຜໄດ້ຮັບບາດເຈັບຫນັກ.

ຂໍໃຫ້ທຸກຄົນລະມັດລະວັງໃນການສັນຈອນ

.
