ຂົວນ້ຳພະນາຍ ເມືອງທຸລະຄົມ ຫັກອີກຄັ້ງ ໂຊກດີບໍ່ມີຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດ
ໃນວັນທີ 9 ເມສາ 2021 ເວລາ 03:20 ໂມງເຊົ້າ ໄດ້ເກີດອຸປະຕິເຫດຂົວນ້ຳພະນາຍ ຢູ່ບ້ານເກິນກາງ ເມືອງທຸລະຄົມ ແຂວງວຽງຈັນ ຫັກພັງລົງ ຍ້ອນໄດ້ມີລົດບັນທຸກ 12 ລໍ້ ບັນທຸກຫີນຜາບົດ ທີ່ມີນ້ຳໜັກເກີນກຳນົດ (ນ້ຳໜັກທີ່ຂົວກຳນົດໄວ້ແມ່ນ 15 ໂຕນ) ແລ່ນຜ່ານຂົວດັ່ງກ່າວ ແລະ ເຮັດໃຫ້ຂົວຫັກພັງລົງທັນທີ, ໂຊກດີບໍ່ມີຜູ້ໄດ້ຮັບບາດເຈັບ ແລະ ລາຍງານເສຍຊີວິດ.
ທ່ານ ພູວົງ ໄຊຍະສົມບັດ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງທຸລະຄົມ ລາຍງານໃຫ້ຮູ້ວ່າ:
ພາຍຫລັງເຫດການດັ່ງກ່າວເກີດຂຶ້ນແລ້ວ ຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງທຸລະຄົມ ໄດ້ປະສານສົມທົບກັບເຈົ້າໜ້າທີ່ ປກສ, ພະແນກຈະລາຈອນ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງກວດກາຕົວຈິງ, ພ້ອມໄດ້ກັກຕົວຄົນຂັບລົດ ແລະ ຜູ້ຕິດຕາມມານຳ ລວມເປັນ 2 ຄົນ ຢູ່ ປກສ ເມືອງທຸລະຄົມ.
ຜ່ານການໃຫ້ຂໍ້ມູນ, ຜູ້ຂັບລົດຄັນດັ່ງກ່າວຊື່ວ່າ: ທ້າວ ຫານ ກິຊ່ຽງ ອາຍຸ 33 ປີ, ອາຊີບຂັບລົດ ເປັນຄົນຈີນ ມາຈາກເມືອງຄຸນມິງ ເຊິ່ງຜູ້ກ່ຽວບໍ່ເຄີຍນຳໃຊ້ເສັ້ນທາງນີ້ຈັກເທື່ອ ເລີຍບໍ່ຮູ້ເສັ້ນທາງເວັ້ນສຳລັບລົດບັນທຸກໜັກ, ການແລ່ນລົດແມ່ນແລ່ນໄປຕາມ GPS ເຊິ່ງຈຸດໝາຍປາຍທາງແມ່ນເສັ້ນທາງ 450 ປີ ນະຄອນຫລວງວຽງຈັນ.
ລົດຄັນດັ່ງກ່າວນີ້ ເປັນລົດຂອງ ທ້າວ ຫານ ກິຊ່ຽງ ເອງ, ຍັງບໍ່ທັນໄດ້ຂຶ້ນປ້າຍທະບຽນເທື່ອ ເນື່ອງຈາກຫາກໍຊື້ມາໃໝ່. ສຳລັບຜູ້ຕິດຕາມມານຳຊື່ ນາງ ສຸວັນນີ ອາຍຸ 33 ປີ, ອາຊີບຊາວນາ ຢູ່ບ້ານວຽງຄຳ ເມືອງ ແລະ ແຂວງຫລວງນ້ຳທາ.
ປັດຈຸບັນນີ້, ເຈົ້າໜ້າທີ່ທີ່ກ່ຽວຂ້ອງທຸກພາກສ່ວນ ແລະ ຜູ້ຂັບລົດບັນທຸກຄັນດັ່ງກ່າວ ກຳລັງຄົ້ນຄວ້າປຶກສາຫາລື ເພື່ອແກ້ໄຂບັນຫານີ້.
ໃນໄລຍະຜ່ານມາ, ຂົວຂ້າມນ້ຳພະນາຍແຫ່ງນີ້ ກໍເຄີຍຫັກຫລາຍຄັ້ງແລ້ວ ແລະ ທຸກຄັ້ງໆ ແມ່ນໄດ້ມອບໃຫ້ຜູ້ທີ່ເຮັດຫັກເປັນຜູ້ຊົດໃຊ້ຄືນຕາມຄວາມເສຍຫາຍ.




ຂ່າວ: ສິງຄຳ
ຂ່າວກ່ອນໜ້ານີ້

ເມືອງທຸລະຄົມ: ທ່ານ ນ . ວົງເດືອນ ວັດຕະໂສ ເລຂາພັກເມືອງ ເຈົ້າເມືອງໆທຸລະຄົມ ພ້ອມດ້ວຍຄະນະ ລົງກວດກາເບິ່ງສະພາບຂອງນ້ຳພະນາຍຫັກ ໃນເວລາ 3 ໂມງເຊົ້າຂອງວັນທີ 9 ເມສາ 2021 ສາເຫດຂົວຫັກຍ້ອນລົດບັນທຸກໜັກລົກ 12 ລໍ້ແກ່ຫິນບົດເຮັດໃຫ້ຂົວຮັບນ້ຳໜັກບໍ່ໄດ້ ຈາກເຫດການດັ່ງກາ່ວເຮັດໃຫ້ການໄປມາພົບຄວາມຫຍຸ້ງຍາກ.

ທາງການນໍາເມືອງຈະສົມທົບກັບພາກສ່ວນກ່ຽວຂ້ອງເພື່ອເລັ່ງສ້ອມແປງຂົວດັ່ງກ່າວ. ເຊິ່ງກ່ອນໜ້ານີ້ ວັນທີ 2 ມິຖຸນາ 2020 ຂົວນີ້ກຊ່ຫັກ ຍ້ອນລົດບັນທຸກໜັກ.

ທ່ານສາມາດໃຊ້ເສັ້ນທາງອ້ອມເພື່ອ ເວັ້ນຈຸດຂົວຫັກ.

ພາບໂດຍ: ຈັນສະໝອນ

.

.

.

.

ຂ່າວກ່ອນໜ້ານີ້

ວັນທີ 9 ເມສາ 2021 ເວລາ.ປະມານ 3:00. Am ໂມງ ໄດ້ມີລົດ12 ລໍ້ ແກ່ດີນ ນ້ຳໜັກໜ້າຈະເກີນກຳນົດ ໄດ້ຂ້າມມາທາງຂົວນ້ຳພະນາຍສະພາບກະຢ່າງທີ່ເຫັນ.

.

ສ່ວນຄົນຂັບລົດແມ່ນປອດໄພ. ໃຜທີ່ຈະມາທາງນີແມ່ນໄປບໍ່ໄດ້ແລ້ວຂ່າວຂົວທີ່ຫັກຊື່ຂົວນ້ຳພະນາຍ ບ້ານເກີນ ເມືອງທຸລະຄົມ ແຂວງວຽງຈັນ.

.

.

.

ພາບ ແລະ ຂໍ້ມູນຂ່າວໂດຍ: Ava Amita
