ການມີ ຢ ປະເພດເກືອດຫ້າມໄວ້ໃນຄອບຄອງ, ຜະລິດ, ປຸງແຕ່ງ, ຄ້າຂາຍ, ຈຳໜ່າຍ, ນຳເຂົ້າ, ສົ່ງອອກ, ຂົນສົ່ງ ລ້ວນແຕ່ຜິດກົດໝາຍຂອງ ສປປ ລາວ. ດັ່ງຄະດີລາຍນີ້, ໃນຕົ້ນເດືອນມີ ນາຜ່ານມາ, ຄະນະສານອາຍາຂັ້ນຕົ້ນ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ໄດ້ນຳເອົາຄະດີ ຢ ເລກທີ 122/ອຍ,ນວ ຂຶ້ນມາພິຈາລະນາຕັດສິນ, ໂດຍຈໍາເລີຍຊື່ ທ້າວ ຄໍາສະຫວັນ ອາຍຸ 28 ປີ, ຢູ່ບ້ານໂນນສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
ໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງໄຈ້ແຍກການກະທໍາຜິດຕົວຈິງຂອງ ຈໍາເລີຍ ຕໍ່ຄະນະສານອາຍາສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ວ່າ: ທ້າວ ຄໍາສະຫວັນ ໄດ້ເລີ່ມເ ສ ບ ຢ ມາແຕ່ໄລຍະປີ 2016 ເປັນຕົ້ນມາ, ເ ສ ບຄັ້ງລະ 2 ເ ມັ ດ , ຢ ທີ່ ນໍາມາເ ສ ບແຕ່ລະຄັ້ງຊື້ນໍາ ທ້າວ ຕີ ຢູ່ບ້ານຫົວ ຂົວ ເມືອງໄຊເສດຖາ ແລະ ຊື້ຢູ່ ຮ້ານເກມບ້ານໂນນສະຫວ່າງ ພາຍຫຼັງໄດ້ຢາບ້າ ກໍນໍາມາເ ສ ບຄົນດຽວ ຢູ່ຫ້ອງນ້ໍາໃນເຮືອນ ມາຮອດວັນທີ 20 ມິຖຸນາ 2020 ໄດ້ ເລີ່ມຄ້າຂາຍ ຢ ຢາ ທີ່ນໍາມາ ຂາຍແຕ່ລະຄັ້ງຊື້ນໍາ ທ້າວ ຕີ ຜ່ານ ມາຊື້ຈໍານວນ 4 ຄັ້ງ, ຄັ້ງລະ 50 ເ ມັ ດ, (ຊື້ຕິດໜີ້) ຂາຍ ຢ ໝົດຈຶ່ງຈ່າຍເງິນຕາມຫຼັງ. ເມື່ອໄດ້ຢາ ບ້າແລ້ວກໍໄດ້ນໍາມາແບ່ງເ ສ ບ ແລະ ຂາຍຕາມຮ້ານເກມບ້ານໂນນສະຫວ່າງ. ມາຮອດວັນທີ 3 ມິຖຸນາ 2020 ເວລາປະມານ 21:00 ໂມງ ໄດ້ໂທລະສັບສັ່ງຊື້ ຢ ນໍາ ທ້າວ ຕີ ຕື່ມອີກຈໍານວນ 50 ເ ມັ ດ, ໂດຍນັດສົ່ງ ຢ ກັນຢູ່ຮ້ານເຝີແຫ່ງໜຶ່ງຢູ່ເຂດບ້ານໂນນສະຫວ່າງ, ເມື່ອໄດ້ ຢ ແລ້ວຈຳເລີຍ ກໍນໍາ ຢ ຈໍານວນດັ່ງກ່າວມາລວມກັບ ຢ ທີ່ຍັງຂາຍບໍ່ໝົດຄັ້ງຜ່ານມາ ລວມເປັນ ຢ ຈໍານວນ 56 ເ ມັ ດ. ມາຮອດວັນທີ 4 ມິຖຸນາ 2020, ເວລາ 10 ໂມງ ຜູ້ກ່ຽວຈຶ່ງຖືກເຈົ້າໜ້າທີ່ ປກສ ຈັບຕົວ ພ້ອມກັບຂອງກາງຢາບ້າຈໍານວນ 56 ເ ມັ ດ, ໄປດຳເນີນຄະດີຕາມກົດໝາຍ.

ຄະນະສານ ໄດ້ຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສ, ເຫັນວ່າມີຫຼັກຖານຮັດກຸມທີ່ໜັກແໜ້ນ ແລະ ພຽງພໍຢັ້ງຢືນວ່າການກະທໍາຂອງ ທ້າວ ຄໍາສະຫວັນ (ຈໍາເລີຍ) ເປັນການກະທໍາຜິດທາງອາຍາ ໃນຂໍ້ຫາການຄ້າຂາຍ ຢ ທີ່ແຕະຕ້ອງເຖິງສະຖຽນລະພາບທາງດ້ານເສດຖະກິດຂອງຊາດ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບຕາມປະມວນກົດໝາຍອາຍາ ມາດຕາ 315, ເຊິ່ງໃນເນື້ອຄະດີຈຳເລີຍໄດ້ຮັບສາລະພາບແລ້ວວ່າ ໄດ້ເລີ່ມຄ້າຂາຍ ຢ ມາແຕ່ 20 ມິຖຸ ນາ 2020 ເປັນຕົ້ນມາ, ຢ ທີ່ນໍາມາຂາຍ ແຕ່ລະຄັ້ງຊື້ນໍາ ທ້າວ ຕີ ຈໍານວນ 4 ຄັ້ງ, ຄັ້ງລະ 50 ເ ມັ ດ, ສະຖານທີ່ ຂ າ ຍ ຢ ຈໍາເລີຍແມ່ນຕາມ ຮ້ານເກມເຂດບ້ານໂນນສະຫວ່າງ, ຕາມບົດບັນ ທຶກການຈັບຕົວສະບັບລົງວັນທີ 4 ມິຖຸນາ 2020 ຈໍາເລີຍ ກໍໃຫ້ການຮັບສາລະພາບວ່າ ໄດ້ເຄື່ອນ ໄຫວຄ້າຂາຍ ຢ ແທ້ ແລະ 25 ມິຖຸນາ 2020 ຂອງກາງຢາບ້າ ຈໍານວນ 56 ເມັດ, ນ້ໍາໜັກ 5,4656 ກຼາມ ເຈົ້າໜ້າທີ່ຕໍາຫຼວດໄດ້ນໍາໃຊ້ເຂົ້າກວດພິສູດ-ວິໄຈຢູ່ກົມຕໍາຫຼວດນິຕິວິທະຍາ ຈໍານວນ 5 ເ ມັ ດ, ນຳ້ຫນັກ 0,4880 ກຼາມ, ຜ່ານການກວດພິສູດ-ວິໄຈແລ້ວເຫັນວ່າ ບັນຈຸສານເສບຕິດທີ່ອອກລິດຕໍ່ຈິດປະສາດແທ້ ຈິງ ຕາມບົດສະຫຼຸບຜົນກວດພິສູດ-ວິໄຈ ສະ ບັບເລກທີ 1724/ກນວ, ລົງວັນທີ 7 ກັນຍາ 2020; ຈໍາເລີຍມີສະຕິສໍາປະຊັນຍະສົມບູນດີ ແລະ ເຖິງກະສຽນອາຍຸທາງອາຍາ.
ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ ຄະ ນະສານ ຈຶ່ງໄດ້ພິຈາລະນາຕັດ ສິນລົງໂທດ ທ້າວ ຄໍາສະຫວັນ 5 ປີ ປັບໄໝ 10 ລ້ານກີບ. ສ່ວນເປົ້າ ໝາຍທີ່ຖືກຊັດທອດຊື່ ທ້າວ ຕີ. ປັດຈຸບັນ, ເຈົ້າໜ້າທີ່ຕໍາຫຼວດ ພວມດໍາເນີນຄະດີ ເປັນສໍານວນໜຶ່ງຕ່າງຫາກ. (ຕາມບົດສະຫຼຸບສະບັບ ເລກທີ 122/ປຊຖ, ລົງວັນທີ 26 ຕຸລາ 2020).