ປັດຈຸບັນ, ບັນຫາລັກຊັບພົນລະເມືອງ ໂດຍສະເພາະແມ່ນບັນຫາລັກລົດ ຍັງສືບຕໍ່ພົ້ນເດັ່ນຢູ່ໃນສັງຄົມ. ໃນແຕ່ລະວັນຈະມີກຸ່ມຄົນບໍ່ດີຈໍານວນໜຶ່ງຕັ້ງກັນເປັນກຸ່ມແກ້ງໃຊ້ຍານພາຫະນະເລາະເຄື່ອນໄຫວລັກລົດຈັກ ໂດຍອາໃສໂອກາດຕອນເຈົ້າຂອງລົດເຜີຕົວຈອດລົດຊະຊາຍຢູ່ຕາມແຄມທາງ, ຕາມຕະຫຼາດ, ຕາມໜ້າບ້ານ, ຫ້ອງເຊົ່າ ແລະ ຕາມປ່າ ແລ້ວລັກໄປ; ສະ ເພາະເດືອນມີນາ 2021, ຢູ່ນະຄອນຫຼວງວຽງຈັນ ມີລົດໃຫຍ່-ລົດຈັກ ຖືກລັກເກືອບ 80 ຄັນ ແຕ່ສາມາດເກັບກູ້ຄືນໄດ້ພຽງແຕ່ 25 ຄັນ.

May be an image of 1 person and car

ອີງບົດສະຫຼຸບປະຈໍາເດືອນມີນາ 2021 ຂອງກອງບັນຊາການ ປກສ ນະ ຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນເດືອນມີນາ 2021 ທົ່ວນະຄອນຫຼວງວຽງຈັນ ມີສະພາບຄວາມບໍ່ເປັນລະບຽບຮຽບຮ້ອຍເກີດຂຶ້ນ ທັງໝົດ 348 ເລື່ອງ; ໃນນີ້, ບັນຫາຢາເສບຕິດ 67 ເລື່ອງ ( ການຊື້-ຂາຍ 43 ເລື່ອງ ແລະ ມົ້ວສຸມ ຢາເສບຕິດ 24 ເລື່ອງ ), ອຸປັດຕິເຫດ 97 ເລື່ອງ, ອັກຄີໄພ-ອາຊະຍາກຳ-ປະກົດການຫຍໍ້ທໍ້ຕ່າງໆ 126 ເລື່ອງ ແລະ ບັນຫາກຸ່ມແກ້ງກວນເມືອງ-ນັກເລງອັນທະພານ 6 ເລື່ອງ; ສ້າງຜົນເສຍຫາຍ ເປັນເງິນ 360.114.500 ກີບ, ລົດ 79 ຄັນ; ໃນນີ້, ລົດໃຫຍ່ 3 ຄັນ ແລະ ລົດຈັກ 76 ຄັນ, ຄຳຮູບປະພັນນໍ້າໜັກ 20 ບາດ, ສາຍແອວເງິນ 1 ເສັ້ນ, ສາຍແອວເງິນ 1 ເສັ້ນ, ສາຍແຂນເງິນ 1 ເສັ້ນ, ສາຍຄໍຄຳຝຣັ່ງ 1 ເສັ້ນ, ປືນສັ້ນ K 592 ກະບອກພ້ອມດ້ວຍລູກປືນ 8 ລູກ, ປືນຍິງ ຢາສະຫຼົບ 1 ກະບອກ, ຄອມພິວເຕີ້ ໂນດບຸກ 3 ໜ່ວຍ, ໄອແພັດ 1 ໜ່ວຍ, ແທັບເລັດ 3 ໜ່ວຍ, ໂທລະສັບມືຖື 17 ໜ່ວຍ, ມໍເຕີ້ແອ 10 ໜ່ວຍ, ຕູ້ຊັກ ຜ້າ 1 ໜ່ວຍ, ຕູ້ເຊັບ 3 ໜ່ວຍ, ສາຍ ໄຟຟ້າຍາວ 800 ແມັດ ແລະ ເຄື່ອງອື່ນຈໍານວນໜຶ່ງ.

May be an image of 1 person, motorcycle, outdoors and text

ຈາກຄະດີດັ່ງກ່າວ, ທີ່ເກີດຂຶ້ນເຈົ້າໜ້າທີ່ວິຊາສະເພາະ ສາມາດແກ້ໄດ້ 141 ເລື່ອງ ແລະ ກັກຕົວຜູ້ຖືກຫາໄດ້ 236 ຄົນ ຍິງ 19 ຄົນ; ໄດ້ເອົາໃຈໃສ່ມ້າງ ແລະ ຢຶດຂອງກາງໄດ້ເງິນ 50.650.000 ກີບ, ຢາບ້າ 111.122 ເມັດ, ຢາໄອສ໌ 2 ຖົງນ້ອຍ, ເຮໂຣອິນ 1 ແທ່ງ, ປືນ K 54 3 ກະບອກ ພ້ອມລູກປືນ 5 ລູກ, ປືນ T7701 ກະບອກ ພ້ອມດ້ວຍລູກປືນ 24 ລູກ; ລະເບີດປອມ 1 ໜ່ວຍ ແລະ ໂທລະສັບມືຖື 1 ໜ່ວຍ ແລະ ສາມາດເກັບກູ້ຄືນໄດ້ເປັນເງິນ 5.100. 000 ກີບ, 10.000 ບາດ, 1.300 ໂດ ລາ, ລົດໃຫຍ່ 2 ຄັນ, ລົດຈັກ 23 ຄັນ, ໂນດບຸກ 1 ໜ່ວຍ, ສາຍໄຟ 1 ກໍ້, ໂທລະສັບມືຖື 2 ໜ່ວຍ ແລະ ເຄື່ອງອື່ນໆ.

May be an image of motorcycle and outdoors

ບັນຫາລັກລົດແມ່ນປະກົດການຫຍໍ້ທໍ້ໜຶ່ງທີ່ພົ້ນເດັ່ນທີ່ສຸດໃນສັງຄົມ ເຊິ່ງສ້າງຄວາມເສຍຫາຍໃຫ້ແກ່ເຈົ້າຂອງຊັບເປັນຈໍານວນຫຼວງຫຼາຍ; ສະນັ້ນ, ທຸກຄົນໃນສັງຄົມຕ້ອງມີສະຕິລະວັງຕົວ, ເອົາໃຈໃສ່ປົກປັກຮັກສາຊັບສິນຂອງ ຕົນເອງ ໂດຍສະເພາະແມ່ນລົດໃຫຍ່ ແລະ ລົດຈັກ ເພື່ອອັດຊ່ອງຫວ່າງບໍ່ໃຫ້ກຸ່ມຄົນບໍ່ດີສວຍໂອກາດລັກເອົາ, ຕ້ອງເກັບມຽນໃຫ້ດີໃນເວລາໃຊ້ວຽກງານ ແລ້ວ, ຄວນມີລະບົບປ້ອງກັນທີ່ດີເພື່ອປ້ອງ ກັນບໍ່ໃຫ້ຄົນຂີ້ລັກ ລັກເອົາລົດຂອງທ່ານໄດ້ແບບງ່າຍດາຍ, ຖ້າໄປສະຫຼາດ ກໍບໍ່ຄວນຈອດລົດໄວ້ຊະຊາຍ ແລະ ບໍ່ຄວນສຽບກະແຈປະໄວ້ຢູ່ລົດເພາະລົດຂອງທ່ານຈະຖືກລັກເອົາໄດ້ແບບງ່າຍດາຍ; ຖ້າຫາກວ່າທຸກຄົນມີສະຕິຮັກສາລົດຂອງທ່ານໄວ້ໃຫ້ດີເຊື່ອວ່າບັນຫາການລັກລົດ ກໍຈະຫຼຸດໜ້ອຍຖອຍລົງ ແລະ ຄ່ອຍໆໝົດໄປຈາກສັງຄົມ.

Leave a Reply

Your email address will not be published. Required fields are marked *