ຄົນດີບໍ່ໄດ້ມີແຕ່ໃນນິຍາຍ ຊາຍຜູ້ນີ້ມີນາມວ່າ: ທ້າວທອງຄູນ ໄຊຍະວົງ, ອາຍຸ 28 ປີ, ບ້ານຫ້ວຍປຸ່ງ, ເມືອງແກ້ວອຸດົມ, ແຂວງວຽງຈັນ. ເປັນໜຶ່ງໃນບຸກຄົນສຳຄັນໃນການຊ່ວຍເຫລືອຜູ້ປະສົບເຄາະຮ້າຍເຮືອປີ້ນທີ່ ແດນສະຫວັນເຂດອ່າງນ້ຳງື່ມໃນວັນທີ 04/04/2021 ທີ່ຜ່ານມາ.

ອີງຕາມລາວໃຫ້ສຳພາດໄວ້ວ່າ: ຕົນເອງໄດ້ຂີ່ເຮືອຫາປາຢູ່ບໍລິເວນດັ່ງກ່າວໄດ້ຍິນຄົນເວົ້າວ່າມີເຮືອໃຫ່ຍປີ້ນ, ກໍເລີຍຟ້າວໄປທີ່ຈຸດເກີດເຫດດັ່ງກ່າວ ແລ້ວກໍອາສາສະຫມັກຕົວເອງໂດດລົງນ້ຳຊ່ວຍເຫລືອໂດຍທັນທີ (ລາວບໍ່ມີອຸປະກອນຊ່ວຍດຳນ້ຳໃດໆ ແລະ ຕອນທີ່ລົງໄປຊ່ວຍກໍບໍ່ຮູ້ວ່າແມ່ນເຮືອຂອງໃຜທີ່ລົງໄປຊ່ວຍກໍຊ່ວຍດ້ວຍຄວາມເຕັມໃຈ) .

ລາວຈື່ໄດ້ວ່າລາວຊ່ວຍໄດ້ທັງຫມົດ 08 ຄົນ, ໃນຈຳນວນດັ່ງກ່າວນັ້ນແມ່ນມີແຕ່ ທ່ານ ຈູມມະລີ ໄຊຍະສອນ ພຽງຄົນດຽວທີ່ປອດໄພ.

ມາຮອດວັນທີ 07/04/2021 ທ່ານເຈົ້າເມືອງພ້ອມຄະນະ ແນວໂຮມແຂວງພ້ອມຄະນະໄດ້ນຳພາທຳພິທີແກ້ເຈົ້າພູມເຈົ້າທີ່ ທີ່ໄດ້ບະບົນເອົາສົບຢູ່ເຮືອເກີດອຸປະຕິເຫດ ຖືວ່າບໍມີອັນຂ້ອງອັນຄາ ແລະ ໄດ້ມັດແຂນເອີ້ນຂັວນເອົາ ທ້າວ ທອງຄູນ ຜູ້ທີ່ຖືວ່າເປັນຮີໂຣ້ໃນເຫດການນີ້.

ໃນເວລາຕອນຄ່ຳຂອງວັນທີ 07/04/2021 ທ້າວ ທອງຄູນ ໄຊຍະວົງ ພ້ອມດ້ວຍຄອບຄົວກໍໄດ້ເດີນທາງມາຮ່ວມພິທີຊາປະນະກິດສົບທີ່ສະໂມສອນຂອງກະຊວງປ້ອງກັນປະເທດ ແລະ ໄດ້ຕັ້ງໃຈວ່າຊິບວດເພື່ອສົ່ງດວງວິນຍານຂອງຜູ້ເສຍຊີວິດໃຫ້ໄປສູ່ສຸຂະຕິອີກດ້ວຍ.

ຂ່າວກ່ອນໜ້ານີ້

ໃນວັນທີ 7 ເມສາ 2021 ນີ້, ເພື່ອເຮັດຕາມຮີດຄອງ ແລະ ຄວາມເຊື່ອ, ທາງອໍານາດການປົກຄອງ ໄດ້ມີພິທີ ບະບົນ ເອົາດວງວິນຍານ ຂອງຜູ່ເສຍຊີວິດ ຈາກເຫດການ ເຮືອຫຼົ້ມ ທີ່ອ່າງນໍ້າງຶ່ມ ໃນເຊົ້າວັນທີ 4 ເມສາ 2021 ທີ່ຜ່ານມາ, ອັນເຮັດໃຫ້ມີຜູ່ເສຍຊີວິດທັງໝົດ 8 ຄົນ.

ໃນພິທີດັ່ງກ່າວ, ກໍ່ໄດ້ເຮັດການມັດແຂວນ ແລະ ຮຽກຂວັນ ແກ່ຮີໂຣ ຜູ້ທີ່ດໍານໍາໄປຊ່ວຍ ເອົາ ອະດີດການນໍາ ທ່ານ ຈູມມາລີ ໄຊຍະສອນ ແລະ ຫຼາຍຄົນ. ເຊິ່ງຜູ່ກ່ຽວ ໄດ້ສ່ຽງຊີວິດ ອິນຊີ ເພື່ອກອບກູ້ເອົາຊີວິດຂອງຄົນອື່ນ, ພ້ອມທັງ ນໍາເອົາ ສົບຜູ່ເສຍຊີວິດ ຂຶ້ນມາໄດ້. ຂໍສະແດງຄວາມຊົມເຊີຍ ອີກຄັ້ງ.

ຄລິບສໍາພາດ
ກໍ່ສະແດງຄວາມຊົມເຊີຍ ກັບຄວາມໃຈກ້າຂອງ ຮີໂຣ ຄົນນີ້, ທີ່ໄດ້ສ້າງຄຸນງາມຄວາມດີ ຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ! ຂໍໃຫ້ມີແຕ່ຄວາມຈະເລີນຮຸ່ງເຮືອງໃນຊີວິດ. ຮີໂຣ ຊື່ ທ້າວທອງຄູນ ໄຊຍະວົງ ບ້ານຫ້ວຍປຸ່ງ ເມືອງແກ້ວອຸດົມ ແຂງວຽງຈັນ.

ຂ່າວກ່ອນໜ້ານີ້

ໃນເຫດການ ເຮືອນັກທ່ອງທ່ຽວຫຼົ້ມ ທີ່ອ່າງນໍ້າງຶ່ມ ເຊົ້າວັນທີ 4 ເມສາ 2021, ມີຜູ່ເສຍຊິວິດ 8 ຄົນ, 1 ໃນນັ້ນແມ່ນ ວທ ນາງຈັນຄຳ ວົງຄຳ

ຂໍໃຫ້ເຈົ້າຂື້ນໄປເປັນນາງຟ້າທີ່ແສນງົດງາມຢູ່ເທີງສະຫວັນຊັ້ນຟ້າເນີຫຼ້າ ນາງຈັນຄຳ ວົງຄຳ. ສະແດງຄວາມເສຍໃຈມາຍັງຄອບຄົວປູ່ເຄາະຮ້າຍ.

.

ຂ່າວກ່ອນໜ້ານີ້
ຄວາມຄືບໜ້າເຫດການເຮືອຫລົ້ມ, ລາຍງານຈາກ ຂປລ ກ່ຽວກັບ ຄວາມຄືບໜ້າອຸບັດເຫດເຮືອນັກທ່ອງທ່ຽວຫລົ້ມຢູ່ ອ່າງນໍ້າງື່ມເຂດແດນສະຫວັນ ແຂວງວຽງຈັນ ໃນຕອນເຊົ້າວັນທີ 4 ເມສາ 2021,

ຫລ້າສຸດມີລາຍງານວ່າ ເຮືອລໍາດັ່ງກ່າວ ໂດຍສານນັກທ່ອງທ່ຽວ ທັງໝົດ 39 ຄົນ, ລອດຊີວິດ 31 ຄົນ, ເສຍຊີວິດ 8 ຄົນ.

.

.

.
ທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງໆວຽງຈັນ ໃຫ້ຮູ້ວ່າ : ພາຍຫລັງເກີດເຫດການ, ທາງອົງການຈັດຕັ້ງທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ໄດ້ພ້ອມກັນສຸມໃສ່ ນໍາເອົາໜ່ວຍກູ້ໄພເຂົ້າກອບກູ້ຢ່າງກະທັນຫັນ, ມາຮອດເວລາ 16:30 ໂມງ ກອບກູ້ຜູ້ທີ່ລອດຊີວິດໄດ້ທັງໝົດ 31 ຄົນ ນໍາສົ່ງໂຮງໝໍທັງໝົດແລ້ວ.

ສ່ວນຜູ້ເສຍຊີວິດ 8 ຄົນ ໄດ້ກອບກູ້ຂຶ້ນມາໝົດແລ້ວເຊັ່ນດຽວກັນ.

ອຸບັດເຫດເຮືອຫລົ້ມຄັ້ງນີ້ ເກີດຂຶ້ນໃນເວລາປະມານ 9:00 ໂມງ, ຍ້ອນສະພາບອາກາດມືດຄື້ມ ມີລົມພັດແຮງມາກະທັນຫັນ ເຮັດໃຫ້ເຮືອລໍາດັ່ງກ່າວຫລົ້ມ ຫ່າງຈາກຝັ່ງປະມານ 40 ແມັດ.

ຂ່າວກ່ອນໜ້ານີ້

(ມີຄລິບຢູ່ດ້ານລຸ່ມ) ລາຍງານຈາກ ປະຊາຊົນ ແລະ ກູ້ໄພໃຫ້ຮູ້ວ່າ ຕອນເຊົ້າວັນທີ 4 ເມສາ 2021 ເກີດເຫດ ເຮືອນັກທ່ອງທ່ຽວ ຈົມ ເຂດ ອ່າງນໍ້າງຶ່ມ ແຂວງວຽງຈັນ.

ປະຊາຊົນແຈ່ງຂໍ້ມູນເບື່ອງຕົ້ນວ່າ: “ເຮືອໃຫຍ່ຈົມນໍ້າ ຢູ່ແດນສະຫວັນ ສູນຫາຍ10ປາຍຄົນ ກຳລັງຕາມຫາ ແລະ ເສຍຊີວິດ1ຄົນ”

ເພີ່ມເຕີມຈະລາຍງານໃຫ້ຮູ້ຕື່ມພາຍຫຼັງ.
ຄລິບ 1
ຄລິບ 2
ຄລິບ 3
ແຈ້ງເຕືອນຈາກອຸຕຸ
