ໃນຕອນບ່າຍວັນທີ 1 ເມສາ 2021, ຢູ່ສະໂມສອນກອງບັນຊາການ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ມີພິທີສຶກສາອົບຮົມກຸ່ມແກ້ງ ມົ້ ວ ສຸ ມ ຢ າ ເ ສ ບ ຕິ ດ ຈໍານວນ 13 ຄົນ, ທີ່ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ລົງແກ້ໄຂຢູ່ຮ້ານອິນເຕີເນັດຄາເຟ ເຂດບ້ານສີເກີດ ແລະ ບ້ານໂພນມ່ວງ ເມືອງນາຊາຍທອງ ນວ, ພາຍຫຼັງໄດ້ຮັບແຈ້ງຄວາມຈາກພົນລະເມືອງດີວ່າ: ຢູ່ເຂດບ້ານດັ່ງກ່າວ ມີການຫຼິ້ນການພະນັນອອນລາຍ – ມົ້ ວ ສຸ ມ ຢ າ ເ ສ ບ ຕິ ດ ແລະ ເປີດຮ້ານກາຍໂມງເວລາ. ຈາກນັ້ນ, ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ຈິ່ງສົມທົບກັບພາກສ່ວນກ່ຽວຂ້ອງລົງແກ້ໄຂ ແລະ ສາມາດກັກຕົວກຸ່ມມົ້ ວ ສຸ ມ ຢ າ ເ ສ ບ ຕິ ດໄດ້ 13 ຄົນ ພ້ອມຂອງກ າ ງ ຢ າ ບ້ າ ຈໍານວນ 8 ເ ມັ ດ.

May be an image of 1 person, standing and military uniform

ພັທ ບຸນມີ ກັນຕິຍະວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາຊາຍທອງ ໄດ້ກ່າວສຶກສາອົມຮົມ ເປົ້າໝາຍ ມົ້ ວ ສຸ ມ ຢ ຈໍານວນດັ່ງກ່າວ ເພື່ອໃຫ້ຮັບຮູ້ຮັບ ແລະ ເຂົ້າໃຈ ເຖິງຜົນຮ້າຍຄວາມອັນະລາຍຂອງ ຢ ເມື່ອເສບເຂົ້າໄປແລ້ວ ຈະມີຜົນກະທົບຢ່າງຮຸນແຮງຕໍ່ຮ່າງກາຍ ແລະ ຈິດປະສາດ ເຮັດໃຫ້ສະໝອງຖືກທໍາລາຍ ກາຍເປັນ ບ້ າເ ສ ຍ ຈິ ດ, ມັກໃຊ້ຄວາມຮຸນແຮງທໍາລາຍຊີວິດຂອງຕົນເອງ, ຄົນອື່ນ, ຄອບຄົວ ແລະ ສັງຄົມ, ເສຍຊື່ສຽງ, ເກີດມີສິ່ງຫຍໍ້ທໍ້ ແລະ ອາດຊະຍາກໍາຕ່າງໆ, ກໍ່ໃຫ້ເກີດບໍ່ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; ຕໍ່ກັບບັນຫາດັ່ງກ່າວ, ສໍາລັບຜູ້ ເ ສ ບ ແມ່ນເຮັດບົດບັນທຶກສຶກສາອົບຮົມ ແລ້ວມອບຄືນໃຫ້ຜູ້ປົກຄອງ; ຜູ້ທີ່ມີ ຢ ໄວ້ຄອບຄອງ ແມ່ນໄດ້ດໍາເນີນຄະດີຕາມລະບຽບກົດໝາຍ ແລະ ສ່ວນເຈົ້າຂອງຮ້ານອິນເຕີເນັດຄາເຟ ແມ່ນໄດ້ເຮັດບົດບັນທຶກສຶກສາອົບຮົມ ພ້ອມທັງແນະນໍາ ບໍ່ໃຫ້ເປີດຮ້ານກາຍໂມງເວລາ ແລະ ທີ່ສໍາຄັນແມ່ນບໍ່ໃຫ້ມີການມົ້ວ ສຸ ມ ຢ ເກີດຂຶ້ນອີກ. ຕໍ່ກັບຜູ້ທີ່ຫຼົງຜິດໃນສິ່ງທີ່ບໍ່ດີ ແມ່ນໃຫ້ກັບຕົວກັບໃຈມາເປັນຄົນດີຂອງສັງຄົມ; ເປັນລູກທີ່ດີຂອງພໍ່-ແມ່, ບໍ່ໃຫ້ເຂົ້າໄປຫຍຸ້ງກ່ຽວພົວພັນມົ້ວສຸມກັບສິ່ງ ເ ສ ບ ຕິ ດ ອີ ກ ແລະ ໃຫ້ປະກອບອາຊີບວຽກງານ ຖືກຕ້ອງສຸດຈະລິດ ບໍ່ ຜິ ດ ກັ ບລະບຽບກົດໝາຍບ້ານເມືອງ

May be an image of 10 people, people standing and indoor

ເພື່ອສະກັດກັ້ນບັນຫາດັ່ງກ່າວ, ກອງບັນຊາການ ປກສ ເມືອງນາຊາຍທອງ ຈື່ງແຈ້ງມາຍັງອໍານາດການປົກຄອງທຸກພາກສ່ວນ ຈົ່ງຊ່ວຍກັນຕິດຕາມບັນດາຫ້າງຮ້ານ ທີ່ມີເງື່ອນໄຂກໍ່ໃຫ້ເກີດບັນຫາດັ່ງກ່າວ ແລະ ຕໍ່ກັບຫ້າງຮ້ານກໍ່ຄວນຄໍານືງເຖິງໄພອັນຕະລາຍທີ່ມີຕໍ່ສັງຄົມ.

Leave a Reply

Your email address will not be published. Required fields are marked *