ໜ່ວຍງານຕຳຫຼວດສະກັດກັ້ນ ແລະ ຕ້ານ ຢ ປກສ ເມືອງອະນຸວົງ ແຂວງໄຊສົມ ສາມາດຈັບກຸມລັກລອບຂ າ ຍ ຢ ໄດ້ຈຳນວນ 2 ຄົນ ພ້ອມ ຢ 14.000 ກວ່າເ ມັ ດ ແລະ ເງິນສົດ 30.000.000 ກີບ.
ເຈົ້າໜ້າທີ່ໃຫ້ຮູ້ວ່າ: ຜູ້ຖືກຫາ ຊື່: ທ້າວ ນິກອນ (ເປ) ອາຍຸ 29 ປີ, ຢູ່ບ້ານ ພູຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ ເຈົ້າໜ້າທີ່ໄດ້ກວດຄົ້ນພົບເຫັນຂອງກາງປະເພດ ຢ ຈຳນວນ 88 ເ ມັ ດ ແລະ ທ້າວ ຮົວຊົ່ງ ຢູ່ບ້ານຜາສະຫງົບ ເມືອງອະນຸວົງ ໃນເບື້ອງຕົ້ນພົບເຫັນ ຢ ຈຳນວນ 100 ເ ມັ ດ, ໂທລະສັບ 1 ເຄື່ອງ ພ້ອມດ້ວຍເງິນ 2.675.000. ຈາກນັ້ນ, ເຈົ້າໜ້າທີ່ໄດ້ສອບສວນຂະຫຍາຍຜົນ ທ້າວ ຮົວຊົ່ງ ຊຸກເຊື່ອງເຄື່ອງຜິດກົດໝາຍໄວ້ໃນເຮືອນມີ ຢຈຳນວນ 7 ມັ ດ ເທົ່າກັບ 14.000 ເ ມັ ດ ພ້ອມເງິນສົດ ຈຳນວນ 34.920.000 ກີບ. ນອກນັ້ນ, ຍັງພົບເຫັນ ປື ນດັ ດ ແ ປ ງ, ໃຊ້ ຍິ ງ ລູກກາກບິນ 1 ກະບອກ, ພ້ອມລູ ກ ປື ນ 6 ລູກ, ປື ນ ແ ກັ ບ 2 ກະບອກ ແລະ ລູ ກ ຊ ອງ 1 ລູ ກ.

ທ້າວ ຮົວຊົ່ງ ສາລະພາບວ່າ: ເລີ່ມ ສ ແລະ ຂາຍ ຢ ມາແຕ່ປີ 2018 , ເຊິ່ງ ຢ ທີ່ຜູ້ກ່ຽວນຳມາ ສ ແລະ ຂາຍແຕ່ລະຄັ້ງແມ່ນໄດ້ຊື້ນຳ ທ້າວ ມົວລີ ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນຈຳຫຼາຍຄັ້ງໂດຍຕິດຕໍ່ກັນສົ່ງມາທາງລົດໂດຍສານດ້ວຍການຊຸກເຊື່ອງໃນແກັດໝາກໄມ້ ຈຳ ນວນ 3 ແ ທ່ ງ. ຈາກນັ້ນ, ຜູ້ກ່ຽວ ໄດ້ນຳເອົາ ຢ ຈຳນວນດັ່ງກ່າວມາຂາຍ.
ສ່ວນທ້າວ ນິກອນ (ເປ) ໄດ້ເລີມເສບ ແລະ ຂາຍ ຢ ແຕ່ປີ 2013 ເປັນ ຕົ້ນມາ, ຢ ທີ່ຊື້ມາແຕ່ລະຄັ້ງແມ່ນເອົານຳ ນາງ ເບຼຍຊົ່ງ ແລະ ທ້າວ ຮົວ ຊົ່ງ ຈຳນວນຫຼາຍຄັ້ງ ເພື່ອນຳມາຂາຍ ແລະ ສ, ເຊິ່ງຜູ້ກ່ຽວ ມັກ ສ ຢ ມື້ລະ 15 ເ ມັ ດ.