ເພີ່ມທະວີບົດບາດການນຳພາຂອງພັກ ແລະ ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກກ່ຽວກັບການສ້າງ ແລະ ຄຸ້ມຄອງລັດປະຊາທິປະໄຕປະຊາຊົນລາວດ້ວຍກົດໝາຍ “ຮຽນຮູ້ກົດໝາຍວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງ”

(1). ນິຍາມ: ການສໍ້ລາດບັງຫຼວງ ແມ່ນພຶດຕິກຳຂອງພະນັກງານລັດຖະກອນ ທະຫານຕຳຫຼວດ ທີ່ສວຍໃຊ້ສິດອຳນາດ ຖານະຕຳແໜ່ງ ແລະ ໜ້າທີ່ຂອງຕົນ ເພື່ອຍັກຍອກ ສໍ້ໂກງ ຮັບ ແລະ ໃຫ້ສິນບົນ ແລະ ມີພຶດຕິກຳອື່ນໆ ເພື່ອຫາຜົນປະໂຫຍດໃຫ້ຕົນເອວ ຄອບຄົວ ຍາດພີ່ນ້ອງ ໝູ່ຄູ່ ພັກພວກ ຊື່ງກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ ລວມໝູ່ ສັງຄົມ ຫຼື ສິດ ແລະຜົນປະໂຫຍດອັນຊອບທຳຂອງພົນລະເມືອງ.

(2). ພຶດຕິກຳທີ່ເປັນການສໍ້ລາດບັງຫຼວງ:

  • ການຍັກຍອກຊັບຂອງລັດ ຫຼື ລວມໝູ່;
  • ການສໍ້ໂກງຊັບຂອງລັດ ຫຼື ລວມໝູ່;
  • ການໃຫ້ສິນບົນ;
  • ການຮັບສິນບົນ;
  • ການສວບໃຊ້ຖານະຕຳແໜ່ງ, ສິດອຳນາດ, ໜ້າທີ່ເພື່ອເອົາຊັບຂອງລັດ ລວມໝູ່ ຫຼື ບຸກຄົນ;
  • ການສວຍໃຊ້ຊັບຂອງລັດ ຫຼື ລວມໝູ່;
  • ການໃຊ້ຖານະຕຳແໜ່ງ ສິດ ໜ້າທີ່ ເກີນຂອບເຂດເພື່ອເອົາຊັບຂອງລັດ ລວມໝູ່ ຫຼື ບຸກຄົນ:
  • ການຫຼັກໂລບ ປອມແປງມາດຕະຖານເຕັກນິກການກໍ່ສ້າງ ອອກແບບ ຄິດໄລ່ ແລະ ອື່ນໆ;
  • ການໂກງການປະມູນ ຫຼື ການສຳປະທານ;
  • ການປອມແປງເອກະສານ ຫຼື ການນຳໃຊ້ເອກະສານປອມ;
  • ການເປິດເຜີຍຄວາມລັບ ເພື່ອຜົນປະໂຫຍດສ່ວນຕົວ, ການກົດໜ່ວງ ຖ່ວງດືງເອກະສານ, ການໃຫ້ ຫຼື ຮັບເງີນ ເພື່ອແລກປ່ຽນກັບຜົນປະໂຫຍດ ແລະ ອື່ນໆ.

(3). ຂໍ້ຫ້າມສຳລັບພະນັກງານ:

  • ຮັບເງີນ ວັດຖຸສີ່ງຂອງ ຫຼື ຜົນປະໂຫຍດອື່ນຈາກບຸກຄົນ ການຈັດຕັ້ງທີ່ກ່ຽວພັນກັບໜ້າທີ່ວຽກງານທີ່ຕົນຮັບຜິດຊອບໂດຍທາງກົງ ຫຼື ທາງອ້ອມ ຊື່ງອາດຈະສ້າງຄວາມເສັຍຫາຍແກ່ຜົນປະໂຫຍດຂອງລັດ ສັງຄົມ ຫຼື ສິດ ແລະຜົນປະໂຫຍດອັນຊອບທຳຂອງພົນລະເມືອງ;
  • ໃຫ້ເງິນ ວັດຖຸສີ່ງຂອງ ຫຼື ຜົນປະໂຫຍດອື່ນແກ່ບຸກຄົນ ການຈັດຕັ້ງທີ່ກ່ຽວຂ້ອງ ໂດຍທາງກົງ ຫຼື ທາງອ້ອມ ເພື່ອຜົນປະໂຫຍດຂອງຕົນ ຊື່ງອາດສ້າງຄວາມເສຍຫາຍ ແກ່ຜົນປະໂຫຍດຂອງລັດ ສັງຄົມ ຫຼື ສິດ ແລະຜົນປະໂຫຍດອັນຊອບທຳຂອງພົນລະເມືອງ;
  • ສ້າງຄວາມຫຍຸ້ງຍາກ ກົດໜ່ວງ ຖ່ວງດືງ ແຊກແຊງ ໃນການແກ້ໄຂວຽກງານໄດໜື່ງ;
  • ເປີດບັນຊີເງິນຝາກຢູ່ນອກ ສປປລາວ ໂດຍບໍ່ແຈ້ງໃຫ້ການຈັດຕັ້ງທີ່ກ່ຽວຂ້ອງຊາບ;
  • ເປັນທີ່ປຶກສາໃຫ້ແກ່ວິສາຫະກິດເອກະຊົນ ທີ່ພົວພັນເຖີງສິດຕົກລົງຂອງຕົນ ເພື່ອຜົນປະໂຫຍດສ່ວນຕົວ;
  • ເປັນນາຍໜ້າໃຫ້ແກ່ບຸກຄົນ ຫຼື ການຈັດຕັ້ງ ເພື່ອຫາຜົນປະໂຫຍດສ່ວນຕົວເຊັ່ນ: ແລ່ນຄະດີ ແລ່ນໂຄງການ ຂໍໂຄຕາ;
  • ໃຊ້ຖານະຕຳແໜ່ງ ເພື່ອກູ້ຢືມເງິນຂອງສ່ວນລວມ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ຜູ່ອື່ນ ຫຼື ຄໍ້າປະກັນໃຫ້ຜູ່ອື່ນໄປກູ້ຢືມເງິນຢູ່ທະນາຄານ;
  • ບັນຈຸ ຊັບຊ້ອນ ຫຼື ແຕ່ງຕັ້ງເມຍ ຫຼື ຜົວ ລູກ ຫຼື ຍາດໄກ້ຊິດຂອງຕົນເຂົ້າໃນຕຳແໜ່ງນຳພາ ຄູ້ມຄອງໃນບາງຂົງເຂດວຽກງານທີ່ຕົນຮັບຜິດຊອບ ຫຼື ຈະສ້າງເງື່ອນໃຂໃຫ້ມີການສໍ້ລາດບັງຫຼວງ ເຊັ່ນ: ວຽກງານຈັດຕັ້ງ ວຽກງານກວດກາ ການເງິນການບັນຊີ ຄັງເງິນ ການຮັກສາສາງ ການຈັດຊື້ຈັດຈ້າງ ແລະ ອື່ນໆ;
  • ຄອບຄອງ ຫຼື ນຳໃຊ້ຊັບຂອງລໄດ ລວມໝູ່ໂດນບໍ່ຖືກຕ້ອງ ເພື່ອຫາຜົນປະໂຫຍດໃຫ້ແກ່ຕົນເອງ ຄອບຄົວ ຍາດພີ່ນ້ອງ ແລະ ພັກພວກ;
  • ນຳໃຊ້ເງິນ ຫຼື ຊັບຂອງລັດ ລວມໝູ່ ເພື່ອສັງສັນຊູມແຊວ ເອົາເປັນຂອງຂວັນ ຫຼື ແບ່ງປັນໃຫ້ພະນັກງານ ຫຼື ບຸກຄົນອື່ນນອກລະບຽບກົດໝາຍ;
  • ເປີດເຜີຍຄວາມລັບຂອງລັດ ຫຼື ຄວາມລັບທາງລັດຖະການ;
  • ປອມແປງເອກະສານ ຫຼັກໂລບປອມແປງມາດຕະຖານເຕັກນິກ ໂກງການປະມູນ ຫຼື ສຳປະທານ;
  • ປາບປາມ ນາບຂູ່ ກົດໜ່ວງຜູ່ຮ້ອງຟ້ອງ ຜູ່ຕຳນິສົ່ງຂ່າວ ຫຼື ຜູ່ສະເໜີລາຍງາຍງານຂໍ້ມູນດ້ານຫຍໍ້ທໍ້ຕ່ສງໆກ່ຽວກັບຕົນ;
  • ແອບອ້າງຊື່ສຽງ ຖານະຕຳແໜ່ງ ສິດອຳນາດໜ້າທີ່ຂອງຂັ້ນເທີງ ຫຼື ຂອງຜູ່ອື່ນ ເພື່ອຫາຜົນປະໂຫຍດສ່ວນຕົວ.

(4) ມາດຕະການທາງກົດໝາຍກ່ຽວກັບ:

  • ການຫຼັຫໂລບ ການປອມແປງມາດຕະຖານເຕັກນິກກໍສ້າງ ການໂກງການປະມູນນ ຫຼື ການສຳປະທານ:
  • ພະນັກງານຜູ່ໄດຫາກໄດ້ຫຼັກໂລບ, ປອມແປງມາດຕະຖານເຕັກນິກການກໍສ້າງ ສຳຫຼວດ ອອກແບ ຄິດໄລ່ ໂກງການປະມູນ ຫຼື ສຳປະທານ, ຊື່ງສ້າງຜົນເສຍຫາຍເກີນກວ່າ 5.000.000 ກີບ ຫາ 50.000.000 ກີບ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ 01 ປີ ຫາ 04 ປີ ແບະ ຈະຖືກປັບໃໝ 01 % ຂອງມູນຄ່າເສຍຫາຍ;
  • ໃນກໍລະນີຜູ່ກະທຳຜິດ ຫາກໄດ້ເອົາການຫຼັຫໂລບ ປອມແປງມາດຕະຖານເຕັກນິກກໍ່ສ້າງ ສຳຫຼວດ ອອກແບບ ຄິດໄລ່ ໂກງການປະມູນ ຫຼື ສຳປະທານເປັນອາຈິນ ແລະ ມີຜົນເສຍຫາຍເກີນກວ່າ 50.000.000 ກີບ ຫາ 700.000.000 ກີບ ຈະຖືກບົງໂທດຕັດອິດສະຫຼະພາບ 04 ປີ ຫາ 10 ປີ ແລະ ແລະ ຈະຖືກປັບໃໝ 01 % ຂອງມູນຄ່າເສຍຫາຍ;
  • ໃນກໍລະນີຜູ່ກະທຳຜິດ ຫາກໄດ້ເອົາການຫຼັກໂລບ ປອມແປງມາດຕະຖານເຕັກນິກກໍ່ສ້າງ ສຳຫຼວດອອກແບບ ຄິດໄລ່ ໂກງການປະມູນ ຫຼື ການສຳປະທານເປັນອາຈິນ, ມີການຈັດຕັ້ງເປັນກູ່ມ ແລະ ມີຄວາມເສຍຫາຍເກີນກວ່າ 700.000.000 ກີບ ຫາ 2.000.000.000 ກີບ ຈະຖືກລົງໂທດຕັດອິດສະຫຼະພາບເກີນກວ່າ 14 ປີ ຫາ 20 ປີ ແລະ ຈະຖືກປັບໃໝ 01 % ຂອງມູນຄ່າເສຍຫາຍ;
  • ໃນກໍລະນີຜູ່ກະທຳຜິດ ຫາກໄດ້ເອົາການຫຼັກໂລບ ປອມແປງມາດຕະຖານເຕັກນິກກໍ່ສ້າງ ສຳຫຼວດ ອອກແບບ ຄິດໄລ່ ໂກງການປະມູນ ຫຼື ການສຳປະທານເປັນອາຈິນ, ມີການຈັດຕັ້ງເປັນກູ່ມ ແລະ ມີຄວາມເສຍຫາຍເກີນກວ່າ 2.000.000.000 ກີບ ຈະຖືກຕັດອິດສະຫຼະພາຍຕະຫຼອດຊີວິດ ແລະ ຈະຖືກປັບໃໝ 01 % ຂອງມູນຄ່າເສຍຫາຍ.

(5) ມາດຕະການທາງກົດໝາຍກ່ຽວກັບການເປິດເຜີຍຄວາມລັບ ເພື່ອຫາຜົນປະໂຫຍດສ່ວນຕົວ:

  • ພິນັກງານຜູ່ໄດຫາກເປີດເຜີຍ ຄວາມລັບຂອງລັດ ຫຼື ທາງລັດຖະການ ເພື່ອຫາຜົນປະໂຫຍດສ້ວນຕົວ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ 01 ປີ ຫາ 03 ປີ ແລະ ຈະຖືກປັບໃໝ ແຕ່ 2.000.000 ກີບ ຫາ 10.000.000 ກີບ.

(5) ມາດຕະການທາງກົດໝາຍກ່ຽວກັບການກົດໜ່ວງ ຖ່ວງດືງເອກະສານ:

  • ພະນັກງານຜູ່ໄດຫາກໄດ້ກົດໜ່ວງ ຖ່ວງດືງເອກະສານ ໂດຍເຈດຕະນາ ເພື່ອຫາຜົນປະໂຫຍດໃດໜື່ງ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ 03 ເດືອນ ຫາ 01 ປີ ແລະ ຈະຖືກປັບໃໝແຕ່ 1.000.000 ກີບ ຫາ 5.000.000 ກີບ

Leave a Reply

Your email address will not be published. Required fields are marked *