ທ່ານ ພັນເອກ ກົງສີ ສຸວັນນະຕູ້ມ ຫົວໜ້າກົມຕໍາຫຼວດຈາລະຈອນ ກະຊວງປ້ອງກັນຄວາມສະຫງົບໄດ້ລາຍງານກ່ຽວກັບມາດຕະການຕໍ່ຜູ້ລະເມີດກົດລະບຽບຈາລະຈອນໃນໄລຍະບຸນປີໃໝ່ລາວ 2021 ໂດຍສະເພາະ ວັນທີ 14-15-16 ເມສາ ທີ່ຈະມາເຖິງນີ້ວ່າ: ສໍາລັບມາດຕະການຕໍ່ຜູ້ລະເມີດກົດລະບຽບຈາລະຈອນ ຖ້າພົບເຫັນຜູ້ທີ່ດື່ມສິ່ງມຶນເມົາຜ່ານການກວດກາຂອງເຄື່ອງກວດທາດເຫຼົ່າຕາມກົດໝາຍຈາລະຈອນທາງບົກຄວາມເຂັ້ມຂຸ້ນໃນຮ່າງກາຍຂອງຜູ້ຂັບຍານພາຫະນະທຸກຊະນິດທີ່ສູງສຸດບໍ່ໃຫ້ເກີນດັ່ງນີ້: ສຳລັບຜູ້ຂັບຂີ່ລົດສ່ວນຕົວ 4 ລໍ້ທຸກຊະນິດ ໃນລົມຫາຍໃຈ 0,24 ມິລີກຣາມຕໍ່ລິດ, ສຳລັບຜູ້ຂັບຂີ່ລົດຂົນສົ່ງ ໃນລົມຫາຍໃຈ 0 ມິລີກຣາມ, ສຳລັບຜູ້ຂັບຂີ່ລົດຈັກ ສອງລໍ້ ແລະ ສາມລໍ້ 0,14 ມິລີກຣາມຕໍ່ລິດ ທາງເຈົ້າໜ້າທີ່ກໍຈະໃຫ້ຢຸດການຂັບຂີ່ ແລະ ນຳໃຊ້ມາດຕະການປັບໃໝຕາມດຳລັດ 188 ແລະ ຈະຕິດຕໍ່ຫາຍາດໃກ້ຊິດເພື່ອມາຂັບຂີ່ແທນຜູ້ກ່ຽວກໍລະນີຜູ້ກ່ຽວບໍ່ຄັດຂືນບໍ່ຕ້ານຄືນຕໍ່ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່, ຖ້າຫາກກໍລະນີຜູ້ກ່ຽວຄັດຂືນຕໍ່ການປະຕິບັດໜ້າທີ່ກໍຈະເບິ່ງໃນຂໍ້ກົດໝາຍວ່າເປັນການຕ້ານຄືນຕໍ່ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ບໍ ? ກໍຈະເບິ່ງໄປຕາມກໍລະນີ

ດັ່ງນັ້ນ. ໃນນາມຫົວໜ້າກົມຕຳຫຼວດຈາລະຈອນຝາກເຕືອນສະຕິນັກຂັບຂີ່ຂໍໃຫ້ນັກຂັບຂີ່ປະຕິບັດຕາມກົດລະບຽບຈາລະຈອນຢ່າງເຂັ້ມງວດ ຈຶ່ງຈະຫຼຸດຜ່ອນອຸບັດເຫດຈາລະຈອນທາງບົກຫຼຸດລົງ, ຂໍໃຫ້ສະຖາບັນຄອບຄົວເຕືອນສະມາຊິກພາຍໃນຄອບຄົວໃນການຂັບຂີ່ຕ້ອງປະຕິບັດຕາມກົດລະບຽບຈາລະຈອນຢ່າງເຂັ້ມງວດ, ເປັນຕົ້ນຜູ້ຂັບຂີ່ຍານພາຫະນະລົດຈັກຕ້ອງໃສ່ໝວກກັນກະທົບທັງຜູ້ຂັບ ແລະ ຜູ້ຊ້ອນ, ຜູ້ຂັບຂີ່ລົດໃຫຍ່ກໍຕ້ອງໃສ່ສາຍຮັດນິລະໄພທັງຜູ້ຂັບ ແລະ ຜູ້ໂດຍສານ, ເພາະມີຢູ່ໃນຂໍ້ກຳນົດກົດລະບຽບແລ້ວຂໍໃຫ້ທຸກທ່ານປະຕິບັດ, ມາດຕະການສະກັດກັ້ນການເກີດອຸບັດເຫດໃນປີ 2021 ກຳລັງຕຳຫຼວດຈາລະຈອນຈະໄດ້ສົມທົບກັບພະນັກງານກະຊວງໂຍທາທິການ ແລະ ຂົນສົ່ງຂອງແຕ່ລະແຂວງໃນຂອບເຂດທົ່ວປະເທດຕັ້ງຈຸດກວດການັກຂັບຂີ່ ແລະ ຍານພາຫະນະເປັນຕົ້ນກວດກາກ່ຽວກັບທາດເຫຼົ່າ, ຄວາມໄວ ແລະ ເອກະສານກ່ຽວກັບນັກຂັບຂີ່ ແລະ ຍານພາຫະນະເຊັ່ນ: ກວດໃບຂັບຂີ່, ໃບກວດກາເຕັກນິກ, ໃບທະບຽນຍານພາຫະນະ, ໃບຢັ້ງຢືນປະກັນໄພ, ໃບຢັ້ງຢືນເສຍຄ່າທາງເປັນຕົ້ນ.
ສຳລັບຂໍ້ມູນທີ່ນັກຂັບຂີ່ສະຖິຕິໂຕເລກທົ່ວປະເທດໃນປີ 2020 ຈຳນວນເກີດອຸບັດເຫດທັງໝົດ 6.774 ຄັ້ງ ພາຫະນະເປ່ເພເລັກໜ້ອຍ 5.587 ຄັນ, ເປ່ເພສົມຄວນ 6.107 ຄັນ, ໃຊ້ການບໍ່ໄດ້ 313 ຄັນ, ສຳລັບຜູ້ໄດ້ຮັບບາດເຈັບເລັກໜ້ອຍ 4.500 ຄົນ, ເຈັບສົມຄວນ 4.217 ຄົນ, ເຈັບສາຫັດ 1.310 ຄົນ ແລະ ເສຍຊີວິດ 1.031 ຄົນ, ສາເຫດທີ່ພາໃຫ້ເກີດອຸບັດເຫດແມ່ນການດື່ມຂອງມຶນເມົາ 1.564 ກໍລະຂັບຂີ່ດ້ວຍຄວາມໄວ 1.463 ກໍລະນີ, ປ່ຽນທິດທາງ 644, ຂັບລົດຊິ້ງບໍ່ຮັບປະກັນ 478 ກໍລະນີ, ບໍ່ປ່ອຍສິດ 493 ກໍລະນີ, ລ່ວງປ້າຍຫ້າມ 249 ກໍລະນີ, ເຕັກນິກບໍ່ຮັບປະກັນ ຫຼື ບໍ່ກວດກາເຕັກນິກ 238 ກໍລະນີ, ສະເພາະນະຄອນຫຼວງ 1.155 ຄັ້ງ.
ໂດຍ: ບຸນອູ້ມ