ຕາມຂ່າວຈາກຈີນ,ວັນທີ6ເມສານີ້, ເຂດໄຕ້ຫວັນຂອງຈີນ ເລັ່ງແກ້ໄຂ ບັນຫາ ໄພແຫ້ງແລ້ງ ຮຸນແຮງ ທີ່ສຸດ ໃນຮອບ 56ປີ ເຮັດໃຫ້ມີ ການຈັດສັນນ້ຳ 1 ລ້ານກວ່າ ຄອບຄົວ ໂດຍສະເພາະ ທາງພາກກາງ ທີ່ເປັນເຂດ ອຸດສາຫະກຳ.ຂະນະທີ່ ນ້ຳປະປາ ໄຕ້ຫວັນ ພວມຫລຸດ ການຈ່າຍນ້ຳ ໃນເຂດໄທ່ຈົງ, ໜຽວລີ່ ແລະ ເຂດຈາງຫົວເໜືອ ອາທິດລະ 2ວັນ.ສຳລັບ ວັນທີ່ຫລຸດ ການຈ່າຍນ້ຳ ຫ້າມຮ້ານເສີມສວຍ ບໍລິການສະຜົມ ແລະ ຫ້າມປ້ຳນ້ຳມັນ ລ້າງລົດ ອີກດ້ວຍ.

ການຫລຸດ ການຈ່າຍນ້ຳນີ້ ຈະສົ່ງຜົນກະທົບຕໍ່ ອຸດສາຫະກຳ ຜະລິດ ໄມໂຄຣຊິບ(Microchip) ທີ່ຕ້ອງໃຊ້ນ້ຳ ຈຳນວນຫລາຍ ໃນໄລຍະທີ່ໂລກ ພວມຂາດແຄນsemiconductor ອຸປະກອນ ສຳຄັນ ສຳລັບ ການຜະລິດລົດ, ໄອໂຟນ ແລະ ຄອມພີວເຕີ.ສຳນັກງານ ຊັບພະຍາກອນນ້ຳ ລາຍງານວ່າ: ທີ່ເມືອງໄທ່ໜານ ທາງພາກໃຕ້ ລະດັບນ້ຳໃນເຈີ້ງເຫວີນອ່າງເກັບນ້ຳ ໃຫຍ່ທີ່ສຸດ ຂອງເກາະ ຍັງບໍ່ເຖິງ12% ສ່ວນອ່າງເກັບນ້ຳ ໄປ່ເຫີ ແຫ້ງໝົດແລ້ວ.

ດັ່ງນັ້ນ ທາງການ ຕ້ອງອອກ ມາດຕະການ ເຂັ້ມງວດ ມາຕັ້ງແຕ່ ເດືອນກຸມພາ ຜ່ານມາ ດ້ວຍການຫລຸດ ຈ່າຍນ້ຳ ໃຫ້ໂຮງງານ ແລະ ນິຄົມ ອຸດສາຫະກຳ ຈຳນວນໜຶ່ງ ທາງພາກກາງ ແລະ ພາກໃຕ້ ຂອງເກາະ ກວມເອົາ15%.