ວັນທີ 5 ເມສາ 2021 ຄະນະນໍາ ພ້ອມດ້ວຍວິຊາການ ຈາກກົມຄຸ້ມຄອງການທ່ອງທ່ຽວ ແລະ ກົມພັດທະນາການທ່ອງທ່ຽວ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ລົງເຮັດວຽກຮ່ວມກັບແຂວງວຽງ ຈັນ ເພື່ອຕິດຕາມ ແລະ ເກັບກໍາຂໍ້ມູນເບື້ອງຕົ້ນ ກ່ຽວກັບອຸບັດ ເຫດເຮືອນັກທ່ອງທ່ຽວຫລົ້ມ ຢູ່ອ່າງນໍ້າງື່ມ ເຂດ ແດນສະຫວັນ ເມືອງທຸລະຄົມ ແຂວງວຽງຈັນ ໃນຕອນ ເຊົ້າວັນທີ 4 ເມສາ 2021, ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ ທັງ ໝົດ 8 ຄົນ.

ການລົງເກັບກຳຂໍ້ມູນໃນຄັ້ງນີ້, ແມ່ນອີງຕາມທິດຊີ້ນຳຂອງການນຳ ກະຊວງ ຖວທ ແລະ ການນຳແຂວງວຽງຈັນ, ປະກອບມີ: ພະແນກ ຖວທ, ພະແນກແຜນການ ແລະ ການລົງທຶນ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກອຸດສາຫະກຳ ແລະ ການຄ້າ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງວຽງຈັນ ເຂົ້າຮ່ວມ.

ຈຸດປະສົງ ແມ່ນເພື່ອເກັບກຳຂໍ້ມູນຕ່າງໆ ທີ່ກ່ຽວພັນກັບອຸບັດເຫດເຮືອຫລົ້ມໃນຄັ້ງນີ້, ເຊິ່ງຈະລວມເຖິງເອກະສານ ໃນການອະນຸຍາດດຳເນີນທຸລະກິດ, ມາດຕະຖານ ແລະ ເຕັກນິກຂອງເຮືອ ແລະ ອື່ນໆ ເພື່ອລາຍງານໃຫ້ການນຳໄດ້ຮັບຊາບ ເພື່ອເປັນຂໍ້ມູນທີ່ສຳຄັນ ໃນການນຳໃຊ້ເຂົ້າກຳນົດທິດທາງໃນການປ້ອງກັນບັນຫາໃນຕໍ່ໜ້າ ແນໃສ່ເຮັດໃຫ້ກິດຈະການ ການທ່ອງທ່ຽວມີຄວາມປອດໄພ ແລະ ມີຄວາມຍືນຍົງໃນຕໍ່ໜ້າ.

ປັດຈຸບັນ, ທຸກພາກສ່ວນທີ່ກ່ຽວຂ້ອງ ສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະບັນດາພະແນກ ການທີ່ກ່ຽວຂ້ອງ ຂອງແຂວງວຽງຈັນ ກຳລັງຂຸ້ນຂ້ຽວເກັບກຳ ແລະ ສັງຮວມຂໍ້ມູນກ່ຽວຂ້ອງທັງໝົດ ລວມທັງຂໍ້ມູນຂອງບໍລິສັດຜູ້ລົງ ທຶນ ດຳເນີນທຸກິດດັ່ງກ່າວ, ພາຍຫລັງໄດ້ຂໍ້ມູນລະອຽດ ຖືກຕ້ອງ, ຊັດເຈນທັງໝົດແລ້ວ ຈຶ່ງຈະແຈ້ງໃຫ້ສັງຄົມຮັບຊາບຕໍ່ໄປ.

ອຸບັດເຫດເຮືອນັກທ່ອງທ່ຽວຫລົ້ມ ຢູ່ອ່າງນໍ້າງື່ມ ເຂດ ແດນສະຫວັນ ເປັນເຫດສຸດວິໄສ, ເຊິ່ງເກີດຂຶ້ນຍ້ອນມີພາຍຸ ແລະ ລົມມາແຮງກະທັນຫັນ ຈົນເຮັດໃຫ້ເຮືອລໍາດັ່ງກ່າວຫລົ້ມ ຫ່າງຈາກຝັ່ງປະມານ 40 ແມັດ, ເຮືອລໍາດັ່ງກ່າວ, ມີຜູໂດຍສານນັກທ່ອງທ່ຽວທັງໝົດ 39 ຄົນ. ເຫດການໃນຄັ້ງນີ້ ຄະນະກູ້ໄພສາມາດກອບກູ້ຊີວິດໄວ້ໄດ້ປອດໄພ 31 ຄົນ, ລວມທັງທ່ານອະດີດປະທານປະເທດ ຈູມມາລີ ໄຊຍະສອນ ຊຶ່ງໄດ້ຮັບການປິ່ນປົວ ແລະ ເບິ່ງແຍງເປັນຢ່າງດີຢູ່ໂຮງໝໍໃຫຍ່ໃນນະຄອນຫລວງວຽງຈັນ ແລະ ມີຜູ້ເສຍຊີວິດ 8 ຄົນ, ໃນນັ້ນ ລວມທັງ ທ່ານ ວິດົງ ໄຊຍະສອນ ອະດີດເຈົ້າແຂວງວຽງຈັນ , ລູກຊາຍ ແລະ ທ່ານນາງ ແກ້ວສາຍໃຈ ໄຊຍະສອນ ພັນລະຍາ ຂອງທ່ານ ຈູມມາລີ ໄຊຍະສອນ.

Cr: ສິງຄຳ ແຍງຕາວັນ
