ໃນວັນທີ 4 ເມສາ 2021, ໄດ້ເກີດອຸປະຕິເຫດຢູ່ທີ່ທາງແຍກບ້ານບົວ, ຜູ້ຂັບຂີ່ໄດ້ເມົາແລ້ວຂັບເຮັດໃຫ້ເກີດອຸປະຕິເຫດລົດຂູດຖືກຮາວກັນຕົກທີ່ຢູ່ເຄີ່ງກາງ, ແຕ່ເຫດການດັ່ງກ່າວບໍ່ມີຄົນບາດເຈັບ.

ສະພາບການເກີດອຸປະຕິເຫດ: ໃນວັນທີ 4 ເມສາ 2021, ເວລາປະມານ 20:10. ຢູ່ສະຖານີບ້ານບົວ ທາງດ່ວນ ວຽງຈັນ-ວັງວຽງ ໄດ້ກັກລົດເກັງຄັນໜຶ່ງ, ເຊີ່ງພາຍນອກຂອງລົດມີຮອຍຕຳຢ່າງເຫັນໄດ້ຊັດເຈນ, ປະກອບກັບໂຕຂອງຜູ້ຂັບຂີ່ກໍ່ມີກິ່ນເຫຼົ້າ ແລະ ເວົ້າຈາບໍ່ຈະແຈ້ງ, ສະແດງໃຫ້ເຫັນວ່າຜູ້ຂັບຂີ່ທ່ານນີ້ແມ່ນໄດ້ດື່ມສິ່ງມືນເມົາແລ້ວຂັບລົດ.

ຜ່ານການສຶບສວນສອບສວນຈຶ່ງໄດ້ຮູ້ວ່າ: ພາຍຫຼັງທີ່ຜູ້ຂັບຂີ່ດື່ມສິ່ງມືນເມົາແລ້ວບໍ່ສາມາດຄວບຄຸມລົດໄດ້, ຈຶ່ງເຮັດໃຫ້ຕຳກັບຮາວກັນຕົກຕໍ່ໜ້າສະຖານີບ້ານບົວ (ຈຸດ K28+100). ພາຍຫຼັງທີ່ຜູ້ຂັບຂີ່ມີສະຕິແລ້ວ, ຕຳຫຼວດຈະລະຈອນຈະດຳເນີນການລົງໂທດຕາມກົດລະບຽບ.

ບໍລິສັດທາງດ່ວນ ລາວ-ຈີນ ຂໍປະຊາສຳພັນມາຍັງນັກຂັບຂີ່ທຸກທ່ານ, ການເກີດອຸປະຕິເຫດຄັ້ງນີ້ເຮັດໃຫ້ພວກເຮົາໄດ້ຮັບບົດຮຽນຄື: ເມົາບໍ່ຂັບ. ຖ້າຫາກຜູ້ຂັບຂີ່ດື່ມສິ່ງມືນເມົາມາກ່ອນ ຫຼື ມີອາການມືນເມົາ, ແນະນຳບໍ່ໃຫ້ຂັບຂຶ້ນທາງດ່ວນ.

ລາຍງານໂດຍ: ບໍລິສັດທາງດ່ວນ ລາວ-ຈີນ