ໃນວັນທີ 2 ເມສາ 2021 ເວລາ 13ໂມງ 00 ນາທີ ບໍລິສັດກໍ່ສ້າງທາງລົດໄຟລາວ-ຈີນເຂດບ້ານນາຄວາຍໃຕ້ ເມືອງໄຊເສດຖາ ນວ ເຂົ້າແຈ້ງຄວາມຕໍ່ອຳນາດການປົກຄອງບ້ານນາຄວາຍໃຕ້ວ່າ: ມີຄົນຮ້າຍຈຳນວນ 06 ຄົນມາລັກເອົາຊິ້ນສ່ວນອຸປະກອນສຳລັບກໍ່ສ້າງເສັ້ນທາງລົດໄຟ ທີ່ກອງໄວຢູ່ຂ້າງສະຖານທີ່ໃກ້ບໍລິສັດ ຈຳນວນຫຼາຍຄັ້ງ, ເຊິ່ງມີເຫຼັກເສຍຫາຍໄປປະມານ 01 ໂຕ່ນ, ສະນັ້ນ ອຳນາດການປົກຄອງບ້ານຈຶ່ງປະສານຫາ ປກສ ເມືອງໄຊເສດຖາ ຈຶ່ງໄດ້ແຕ່ງຕັ້ງໜ່ວຍງານສະເພາະກິດສົມທົບກັບອຳນາດການປົກຄອງບ້ານນາຄວາຍໃຕ້ລົງສັນລະສູດບັນດາເປົ້າໝາຍທີ່ມີການເຄື່ອນໄຫວຢູ່ພື້ນທີ່, ສົມທົບກວດກາຂໍ້ມູນທາງດ້ານເຕັກນິກວິຊາສະເພາະ ຈຶ່ງຮູ້ໄດ້ວ່າເປົ້າໝາຍລັກຊັບແມ່ນປະຊາຊົນຢູ່ບ້ານນາຄວາຍໃຕ້ຈຶ່ງເຂົ້າຄຸມຕົວ ພ້ອມຂອງກາງຈຳນວນໜຶ່ງມາ ສືບສວນ-ສອບສວນ.

ສ່ວນຄະດີດັ່ງກ່າວ ພາຍຫຼັງສືບສວນ-ສອບສວນ ລະອຽດຈະແຈ້ງແລ້ວແມ່ນຈະລາຍງານຜົນຄວາມຄືບໜ້າໃຫ້ພາຍຫຼັງ.

ຜ່ານການຕິດຕາມໄລຍະຜ່ານມາ ປະກົດການກຸ່ມຄົນບໍ່ດີລັກຊັບໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ແມ່ນມີຫຼາຍສົມຄວນເປັນຕົ້ນແມ່ນເຫຼັກທ່ອນ, ນ໋ອດ, ຮາວຮົ້ວເຫຼັກ ແລະອື່ນໆ ເຊິ່ງເປັນຊິ້ນສ່ວນສຳຄັນຂອງໂຄງການ, ຖ້າພວກເຮົາປະປ່ອຍໃຫ້ກຸ່ມຄົນບໍ່ດີສືບຕໍ່ລັກຈະເຮັດໃຫ້ມີຜົນເສຍຫາຍຢ່າງໃຫຍ່ຫຼວງເຊັ່ນ: ຄວາມປອດໄພ, ສູນເສຍງົບປະມານການກໍ່ສ້າງຫຼາຍຂຶ້ນ, ໂຄງການລ່າຊ້າບໍ່ສຳເລັດຕາມທີ່ໄດ້ກຳນົດ ແລະຈະສົ່ງຜົນກະທົບຕໍ່ໂຄງການທີ່ສະແດງເຖິງສັນຍາຫຼັກການຮ່ວມມືທີ່ມີລັກສະນະຍຸດທະສາດລະຫວ່າງ 2ພັກ, 2ລັດ, ປະຊາຊົນ 2 ຊາດ.

ສະນັ້ນ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງຜູ້ທີ່ສວຍໃຊ້ໂອກາດໃຫ້ຢຸດຕິພຶດຕິກຳບໍ່ດີ, ບັນດາເຈົ້າຂອງໂຮງເກັບຊື້ເຫຼັກເສດທັງຫຼາຍ ໃຫ້ກວດກາລະອຽດຊິ້ນສ່ວນເຫຼັກເສດທີ່ມີຄົນນຳມາຂາຍໃຫ້ ຖ້າສົງໃສວ່າແມ່ນເຫຼັກ ຫຼື ນ໋ອດໂຄງການແມ່ນບໍ່ໃຫ້ຊື້ເດັດຂາດ, ພ້ອມທັງແຈ້ງອຳນາດການປົກຄອງບ້ານ ແລະ ເຈົ້າໜ້າທີ່ຕຳຫຼວດບ່ອນໃກ້ສຸດ. ສະເໜີມາຍັງ ພົນລະເມືອງ ນວ ໃຫ້ຊ່ວຍກັນເປັນຫູເປັນຕາ ສະກັດກັ້ນການລັກຊັບໂຄງການສ້າງທາງລົດໄຟລາວ-ຈີນ ໃຫ້ຮີບຮ້ອນລາຍງານເຈົ້າໜ້າທີ່ ໃກ້ທ່ານເພື່ອເຈົ້າໜ້າທີ່ຈະໄດ້ລົງແກ້ໄຂໃຫ້ທັນສະພາບການ ແລະ ສາມາດລາຍງານມາຊ່ອງທາງ ເບີວອດແອັບ 020​28899774 ແລະ ແຈ້ງຜ່ານທາງຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

.

May be an image of 1 person, standing and indoor

.

May be an image of 1 person, standing and sunglasses

Leave a Reply

Your email address will not be published. Required fields are marked *