ວັນທີ4/04/2021ເວລາ 00:38ໂມງ. ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດລົດຈັກຕຳກັບລົດໃຫຍ່.

.

ຈຸດເກີດເຫດແມ່ນວົງວຽນຈິນາຍໂມ້. ໜ່ວຍກູ້ໄພອອກກວດສອບເຫດພົບຜູ້ເສຍຊີວິດ 1 ຄົນ: ເພດຍິງ ອາຍຸ 28 ປີ ອາຊີບຄ້າຂາຍ ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ. ອາການເບື້ອງຕົ້ນແມ່ນກະທົບຫົວ,ແຂນຫັກເບື້ອງຊ້າຍ (ເສຍຊີວິດຄາທີ່).

.

ດັ່ງນັ້ນທາງຫນ່ວຍກູ້ໄພ1623ຈຶ່ງໄດ້ທຳການມ້ຽນສົບແລ້ວນຳສົ່ງໃຫ້ຍາດຕິພີ່ນ້ອງເພື່ອເຮັດພິທີທາງສາສະຫນາ.

.
