ລາຍງານຈາກ ສໍານັກຂ່າວສານປະເທດລາວ ຂປລ ເວລາ 22:30 ວັນທີ 4 ເມສາ 2021 ຢຶນຢັນວ່າ ທ່ານ ຈູມມະລີ ໄຊຍະສອນ ອະດີດປະທານປະເທດ ປອດໄພ ຈາກເຫດເຮືອຫລົ້ມທີ່ອ່າງນໍ້າງື່ມ.

ອຸບັດເຫດທາງເຮືອຢູ່ເຂດທ່ອງທ່ຽວອ່າງນໍ້າງື່ມ ແດນສະຫວັນ ແຂວງວຽງຈັນ ເປັນເຫດບັງເອີນ ຍ້ອນມີພາຍຸ ແລະ ລົມມາແຮງກະທັນຫັນຈົນເຮັດໃຫ້ເຮືອລໍາດັ່ງກ່າວຫລົ້ມ, ທ່ານ ອະດີດປະທານປະເທດ ຈູມມາລີ ໄຊຍະສອນ ຢູ່ໃນເຮືອລໍາດັ່ງກ່າວ ໄດ້ຮັບການຊ່ວຍເຫລືອຢ່າງປອດໄພ ພ້ອມດ້ວຍ ຜູ້ໂດຍສານ 30 ຄົນ ລວມເປັນ 31 ຄົນ ຊຶ່ງທັງໝົດພວມໄດ້ຮັບການປິ່ນ ປົວເປັນຢ່າງດີທີ່ໂຮງໝໍໃນນະຄອນ ຫລວງວຽງຈັນ.

ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ກ່າວວ່າ: ເຫດການຄັ້ງນີິ້ເກີດຂຶ້ນຍ້ອນມີລົມແຮງກະທັນຫັນ, ອະດີດປະທານປະເທດ ໄດ້ຮັບການຊ່ວຍເຫລືອປອດໄພ. ເຮືອນີ້ມີຜູ້ໂດຍສານ 39 ຄົນ, ພາຍຫລັງເກີດເຫດການ, ທາງອົງການຈັດຕັ້ງທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ໄດ້ພ້ອມກັນສຸມໃສ່ ນໍາເອົາໜ່ວຍກູ້ໄພເຂົ້າກອບກູ້ຢ່າງກະທັນຫັນ, ກອບກູ້ຜູ້ທີ່ລອດຊີວິດໄດ້ທັງໝົດ 31 ຄົນ ນໍາສົ່ງໄປປິ່ນປົວຢູ່ໂຮງໝໍນະຄອນຫລວງວຽງຈັນ.

ສ່ວນຜູ້ເສຍຊີວິດ 8 ຄົນ, ສົບໄດ້ບໍາເພັນກຸສົນຢູ່ທີ່ສະໂມສອນໃຫຍ່ກະຊວງການປ້ອງກັນປະເທດ.

.

ຂ່າວກ່ອນໜ້ານີ້

ຄວາມຄືບໜ້າເຫດການເຮືອຫລົ້ມ, ລາຍງານຈາກ ຂປລ ກ່ຽວກັບ ຄວາມຄືບໜ້າອຸບັດເຫດເຮືອນັກທ່ອງທ່ຽວຫລົ້ມຢູ່ ອ່າງນໍ້າງື່ມເຂດແດນສະຫວັນ ແຂວງວຽງຈັນ ໃນຕອນເຊົ້າວັນທີ 4 ເມສາ 2021,

ຫລ້າສຸດມີລາຍງານວ່າ ເຮືອລໍາດັ່ງກ່າວ ໂດຍສານນັກທ່ອງທ່ຽວ ທັງໝົດ 39 ຄົນ, ລອດຊີວິດ 31 ຄົນ, ເສຍຊີວິດ 8 ຄົນ.

.

.

.
ທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງໆວຽງຈັນ ໃຫ້ຮູ້ວ່າ : ພາຍຫລັງເກີດເຫດການ, ທາງອົງການຈັດຕັ້ງທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ໄດ້ພ້ອມກັນສຸມໃສ່ ນໍາເອົາໜ່ວຍກູ້ໄພເຂົ້າກອບກູ້ຢ່າງກະທັນຫັນ, ມາຮອດເວລາ 16:30 ໂມງ ກອບກູ້ຜູ້ທີ່ລອດຊີວິດໄດ້ທັງໝົດ 31 ຄົນ ນໍາສົ່ງໂຮງໝໍທັງໝົດແລ້ວ.

ສ່ວນຜູ້ເສຍຊີວິດ 8 ຄົນ ໄດ້ກອບກູ້ຂຶ້ນມາໝົດແລ້ວເຊັ່ນດຽວກັນ.

ອຸບັດເຫດເຮືອຫລົ້ມຄັ້ງນີ້ ເກີດຂຶ້ນໃນເວລາປະມານ 9:00 ໂມງ, ຍ້ອນສະພາບອາກາດມືດຄື້ມ ມີລົມພັດແຮງມາກະທັນຫັນ ເຮັດໃຫ້ເຮືອລໍາດັ່ງກ່າວຫລົ້ມ ຫ່າງຈາກຝັ່ງປະມານ 40 ແມັດ.

ຂ່າວກ່ອນໜ້ານີ້

(ມີຄລິບຢູ່ດ້ານລຸ່ມ) ລາຍງານຈາກ ປະຊາຊົນ ແລະ ກູ້ໄພໃຫ້ຮູ້ວ່າ ຕອນເຊົ້າວັນທີ 4 ເມສາ 2021 ເກີດເຫດ ເຮືອນັກທ່ອງທ່ຽວ ຈົມ ເຂດ ອ່າງນໍ້າງຶ່ມ ແຂວງວຽງຈັນ.

ປະຊາຊົນແຈ່ງຂໍ້ມູນເບື່ອງຕົ້ນວ່າ: “ເຮືອໃຫຍ່ຈົມນໍ້າ ຢູ່ແດນສະຫວັນ ສູນຫາຍ10ປາຍຄົນ ກຳລັງຕາມຫາ ແລະ ເສຍຊີວິດ1ຄົນ”

ເພີ່ມເຕີມຈະລາຍງານໃຫ້ຮູ້ຕື່ມພາຍຫຼັງ.
ຄລິບ 1
ຄລິບ 2
ຄລິບ 3
ແຈ້ງເຕືອນຈາກອຸຕຸ
