ວັນທີ 25 ມີນາ 2021,ເຈົ້າໜ້າທີ່ ປກສ ເມືອງໃໝ່ ແຂວງຜົ້ງສາລີ ສາມາດຈັບໄວລຸ້ນ 2 ຄົນ ຊື່: ທ້າວ ເຊັງກຶ ອາຍຸ 23 ປີ ຢູ່ບ້ານຫ້ວຍຍໍາ ເມືອງໄຊ ແຂວງອຸດົມໄຊ ແລະ ທ້າວ ຈຶຕົງ ອາຍຸ 18 ປີ ຢູ່ບ້ານທອງໃຕ້ ເມືອງໂພນທອງ ແຂວງຫຼວງພະບາ ພ້ອມເ ຮ ໂ ຣ ອິ ນ 2 0 ແທ່ງ ຊຸກເຊື່ອງໃນກະເປົາພາຍ ສີດໍາຂອງພວກກ່ຽວ ໄປດຳເນີນຄະດີ.

ເຈົ້າໜ້າທີ່ ປກສ ເມືອງໃໝ່ ເປີດເຜີຍວ່າ: ຄະດີ ຢ ດັ່ງກ່າວ.ໃນເບື້ອງຕົ້ນ, ເຈົ້າໜ້າທີ່ ປກສເມືອງໃໝ່ ໄດ້ລົງປະຕິບັດວຽກງານວິຊາສະເພາະ ຕັ້ງຈຸດກວດກາຄົນເຂົ້າ-ອອກເມືອງ ຕາມເສັ້ນທາງຫຼວງ ( ເສັ້ນ ທາງ 02 E ) ເຂດຊາຍແດນລະຫວ່າງບ້ານຫ້ວຍຈິກ ຫາ ບ້ານສົບນ້າວ ,ຮອດເວລາປະ ມານ 14:00 ໂມງ ຂອງວັນດັ່ງກ່າວ ກໍໄດ້ພົບເຫັນ ພວກກ່ຽວ ທັງ2 ຄົນ ຂັບຂີ່ລົດຈັກເວບ 100 ສີຟ້າດໍາ ບໍ່ມີປ້າຍທະບຽນ ມາແຕ່ທາງບ້ານສົບນ້າວ ມຸ່ງໜ້າເຂົ້າເທດສະບານເມືອງໃໝ່ ຈຶ່ງໄດ້ລັດກວດກາລົດຈັກຄັນດັ່ງກ່າວ.

ແຕ່ໃນເວລາ, ເຈົ້າໜ້າທີ່ກວດຄົ້ນຢູ່ນັ້ນ, ໄດ້ມີ1 ຄົນແລ່ນໜີ ແຕ່ເຈົ້າໜ້າທີ່ ກໍສາມາດກັກຕົວໄດ້ ພ້ອມທັງກວດຄົ້ນ ພົບເຫັນຂອງກ າ ງ ຢ ປະເພດ ເ ຮໂ ຣ ອິ ນ ຈໍານວນ 20 ແທ່ງ ໄປດຳເນີນການສອບສວນ.

ປັດຈຸບັນຄະດີດັ່ງກ່າວ, ເຈົ້າໜ້າທີ່ພະແນກຕຳ ຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຜົ້ງສາລີ ພວມສືບຕໍ່ດໍາເນີນການສອບສວນຂະຫຍາຍຜົນຫາຜູ້ທີ່ຮ່ວມກັນຊື້ຂາຍຢາເສບຕິດ ມາດໍາເນີນຄະດີຕາມກົດໝາຍ.

Leave a Reply

Your email address will not be published. Required fields are marked *