ເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງຫາດຊາຍຟອງ ນວ ໄດ້ໃຫ້ຮູ້ວ່າ: ໃນຄັ້ງວັນທີ 9 ມີນາ 2021 ເວລາປະມານ 9:00 ໂມງ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ປກສ ເມືອງຫາດຊາຍຟອງ ໄດ້ລົງຕັ້ງດ່ານຈຸດກວດກາເສັ້ນທາງທ່າເດື່ອ ເຂດບ້ານຖິ່ນແຖ່ນ ຫາ ບ້ານຄວາຍແດງ, ສາມາດກັກຕົວເປົ້າ ໝາຍ ກວດພົບເຫັນນັກຂັບຂີ່ມີ ຢ ໄດ້ ຈໍານວນ 1 ຄົນ ທ້າວ ພະລະພົນ ອາຍຸ 18 ປີ ກໍາມະກອນ ຢູ່ບ້ານຄວາຍແດງ ເມືອງຫາດຊາຍຟອງ ນວ ພ້ອມຢາບ້າ ຈໍານວນ 10 ເ ມັ ດ, ຈາກນັ້ນ, ຈຶ່ງນໍາສົ່ງຕົວໃຫ້ພະແນກຕໍາຫຼວດ ປກສ ເມືອງຫາດຊາຍຟອງ ເພື່ອທໍາການສືບສວນ-ສອບສວນ ຂະຫຍາຍຜົນຮອດເວລາ 11 ໂມງ ຂອງວັນດຽວກັນ ຈຶ່ງສາມາດຈັບກຸ່ມແກ້ ງ ຄ້ າ ຂ າ ຍ ຢ ໄດ້ອີກ 3 ຄົນ: ທ້າວ ໄຊ ອາຍຸ 32 ປີ ກໍາມະກອນ ຢູ່ບ້ານໜອງພົງ ເມືອງຫາດຊາຍຟອງ ນວ ພ້ອມ ຢ ຈໍານວນ 420 ເ ມັ ດ, ທ້າວ ທອງຄູນ ອາຍຸ 18 ປີ ພ້ອມ ຢ ຈໍານວນ 14 ເ ມັ ດ ແລະ ນາງ ລໍາຢອງ ພ້ອມ ຢ ຈໍານວນ 12 ເ ມັ ດ, ທັງ 2 ຄົນ ເປັນກໍາມະກອນ ຢູ່ບ້ານໜອງພົງ ເມືອງຫາດຊາຍຟອງ ນວ.

ຜ່ານການສອບສວນ ຂອງເຈົ້າໜ້າທີ່ ໃຫ້ຮູ້ອີກວ່າ: ທ້າວ ໄຊ ແລະ ທ້າວ ທອງຄູນ ເປັນຜູ້ຂ າ ຍ ຢ ແທ້. ສ່ວນ ທ້າວ ພະລະພົນ ແລະ ນາງ ລໍາຢອງ ແມ່ນມີ ຢ ໄວ້ຄອບຄອງເພື່ອເ ສ ບ.

ການກະທໍາຂອງ ທ້າວ ໄຊ ແລະ ທ້າວ ທອງຄູນ ເຫັນວ່າ ເປັນການກະທໍາທີ່ແຕະຕ້ອງສາຍພົວພັນສັງຄົມ ທີ່ປະມວນກົດໝາຍອາຍາກໍານົດໄວ້ ໃນມາດຕາ 315 ຂອງປະມວນກົດໝາຍອາຍາ ສະບັບປັບປຸງ ປີ 2017 ແຫ່ງ ສປປ ລາວ ໃນຂໍ້ຫາ ຄ້ າ ຂ າ ຍ ຢ . ສ່ວນທ້າວ ພະລະພົນ ແລະ ນາງ ລໍາຍອງ ເປັນການກ ະ ທໍ າ ຜິ ດ ທ າ ງ ອ າ ຍ າ ຕາມທີ່ກໍານົດໄວ້ໃນມາດຕາ 320 ຂອງປ ະມ ວ ນ ກົ ດ ໝ າ ຍອ າ ຍ າ ສະບັບປັບປຸງ ປີ 2017 ແຫ່ງ ສປປ ລາວ ໃນຂໍ້ຫາມີ ຢ ໄວ້ໃນຄອບຄອງເພື່ ອ ເ ສ ບ .

Leave a Reply

Your email address will not be published. Required fields are marked *