ເມືອງແກ່ນທ້າວ: ເກີດໄຟໄໝ້ເຮືອນປະຊາຊົນບ້ານທ້າວແກ່ນ ເມືອງແກ່ນທ້າວ ເສຍຫາຍມູນຄ່າ 30 ກ່ວາລ້ານກີບ. ເຊິ່ງເຫດເກີດຂຶ້ນໃນເວລາ 09:32 ນາທີ ຂອງວັນທີ 29 ມີນາ 2021 ນີ້, ໄດ້ເກີດອັກຄີໄພໄຟໄໝ້ເຮືອນເລກທີ260,ໜ່ວຍ 20 ບ້ານທ້າວແກ່ນ ເມືອງແກ່ນທ້າວ ແຂວງໄຊຍະບູລີ ເຊິ່ງ ເປັນເຮືອນຂອງທ້າວ ພອກ ແສນພັນສິລິ ປະຊາຊົນ ບ້ານທ້າວແກ່ນ ເຮືອນຫຼັງດັ່ງກ່າວເປັນເຮືອນ 2 ຊັ້ນ ເຄິ່ງໄມ້ເຄິ່ງປູນ. ສາເຫດເກີດຈາກການສູບຢາແລ້ວຖິ້ມຊະຊາຍ ຈຶ່ງພາໃຫ້ເກີດໄຟໄໝ້ ຜ່ານການເກັບກໍາຂໍ້ມູນລວມມູນຄ່າເສຍຫາຍທັງໝົດ 30,670,000 ກີບ.

ຄລິບຕອນໄຟໄໝ້ 1
ເຕືອນໃຫ້ທຸກຄົນ ລະມັດລະວັງ ເລື່ອງອັກຄີໄພ ເພາະໄລຍະນີ້ເກີດເຫດໄຟໄໝ້ ຫຼາຍຄັ້ງ ໃນຂອບເຂດທົ່ວປະເທດ. ຖ້າບໍ່ລະມັດລະວັງ ກໍ່ຈະສ້າງຄວາມເສຍຫາຍໜັກ.

.

.
