ຂປລ.ຕາມ​ຂ່າວ​ຈາກ​ ຈາ​ກາ​ຕາ,ວັນ​ທີ29​ມີນາ​ນີ້, ບໍລິສັດ​ນ້ຳມັນ ​ເປີ​ຣມີນາ ​ຂອງ​ອິນ​ໂດ​ເນ​ເຊຍ ພວມ​ຄວບ​ຄຸມ​ໄຟ​ໄໝ້​ ຄັ້ງ​ໃຫຍ່​ ທີ່​ໂຮງກັ່ນ​ນ້ຳມັນ​ ບາ​ລອງ​ກັນ ​ໃນ​ແຂວງ​ຊວາ​ຕາ​ເວັນ​ຕົກ ​ເຮັດ​ໃຫ້​ມີ ​ຜູ້​ໄດ້​ຮັບ​ບາດ​ເຈັບ 5 ຄົນ ​ແລະ ຍົກຍ້າຍ ​ປະຊາຊົນ​ ປະມານ 950ຄົນ ທີ່​ອາ​ໄສ​ຢູ່​ ບໍລິ​ເວນ ​ອ້ອມ​ຮອບ ​ໂຮງ​ກັ່ນ​ນ້ຳມັນ ​ແຫ່ງ​ນີ້.​

ສຳລັບ​ ໂຄງ​ກັ່ນ​ນ້ຳມັນ​ ດັ່ງກ່າວ ສາມາດ​ ຜະລິດ​ໄດ້ ​ວັນ​ລະ 125.000 ຖັງ ຕັ້ງຢູ່​ຫ່າງ​ຈາກ ນະຄອນຫລວງ​ ຈາ​ກາ​ຕາ ​ໄປ​ທາງ​ຕາ​ເວັນ​ອອກ ​ປະມານ 225 ກິ​ໂລ​ແມັດ.ຂະນະ​ນີ້ ​ເຈົ້າໜ້າ​ທີ່​ ກ່ຽວຂ້ອງ ພວມ​ສືບສວນ ​ສອບ​ສວນ ​ຫາ​ສາ​ເຫດ​ ​ເຮັດ​ໃຫ້​ເກີດ​ ໄຟ​ໄໝ້​ໃນ​ຄັ້ງນີ້​ ຢ່າງ​ຮີບ​ດ່ວນ.

ຄຣີບ

Leave a Reply

Your email address will not be published. Required fields are marked *