ແຂວງ ສະຫວັນນະເຂດ ວັນທີ 27/3/2021 ເວລາ 21:40ນາທີ ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບແຈ້ງເຫດວ່າ ມີອຸບັດຕິເຫດລົດໃຫຍ່ຕຳທ້າຍລົດແກ່ປູນທີ່ເຂດບ້ານປ່າໄລ່, ເມືອງໄຊພູທອງ ແຂວງສະຫວັນນະເຂດ

ໃນຈຸດເກີດເຫດມີຜູ້ບາດເຈັບ 1 ຄົນເພດຊາຍ ແລະ ເສຍຊີວິດ 1 ຄົນ ເປັນເພດຍິງ.

ຜູ້ບາດເຈັບມີບາດແຜຈີກທີ່ແຂນ ແລະ ຫນ້າຜາກຈີກ.

ດັ່ງນັ້ນຈຶ່ງໄດ້ປະຖົມພະຍາບານເບື້ອງຕົ້ນ ແລະ ຜູ້ເສຍຊີວິດມີອາການຂໍ້ແຂນຫັກ ຄໍຫັກ ມີບາດແຜຈີກຢູ່ແກ້ມ,ຄາງ,ຫນ້າເອິກ ແລະ ທ້ອງ ດັ່ງນັ້ນ ທາງທີມງານອາສາກູ້ໄພສະຫວັນນະເຂດຈຶ່ງນຳສົ່ງສົບຜູ້ເສຍຊີວິດທີ່ປ່າຊ້າບ້ານນາຄຳເມືອງໄຊພູທອງ ແຂວງສະຫວັນນະເຂດ

  • ອຸບັດຕິເຫດ, ເຈັບປ່ວຍແຈ້ງເຫດສຸກເສີນ
  • ສາຍດ່ວນ (041) 1629 , ໂທຟຮີທຸກເຄື່ອຂ່າຍ
  • ສາຍຕົງ : 020 28285454
  • ຮັບໃຊ້ຕະຫຼອດ 24 ຊົ່ວໂມງ :
  • ໜ່ວຍກູ້ໄພ ສະຫວັນນະເຂດ Savannakhet Rescue 1629

Leave a Reply

Your email address will not be published. Required fields are marked *