ໃນວັນທີ 27 ທັນວາ 2020, ເວລາປະມານ 9:30 ໂມງ ເຈົ້າໜ້າທີ່ວິຊາສະເພາະ ໄດ້ຮັບແຈ້ງເຫດມີຄົນລັກພາຕົວເດັກນ້ອຍໄປຮຽກຄ່າໄຖ່ຢູ່ບ້ານດອນຊຽງຫຼ້າ ເມືອງ ແລະ ແຂວງຈຳປາສັກ. ຈາກນັ້ນ, ເຈົ້າໜ້າທີ່ກຳລັງວິຊາສະເພາະ ຈຶ່ງໄດ້ລົງສົມທົບກັບ ປກສ ກຸ່ມ 5 ແລະ ອຳນາດການປົກຄອງບ້ານສາມາດຊ່ວຍເດັກໄດ້ຢ່າງປອດໄພ.

ເຈົ້າໜ້າທີ່ ປກສ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ຜູ້ກໍ່ເຫດຊື່ ທ້າວ ບຸນຫຼັກ ອາຍຸ 25 ປີ, ບ້ານດອນຊຽງຫຼ້າ ເມືອງ ແລະ ແຂວງຈຳປາສັກ ໄດ້ລັກ ພາຕົວເດັກນ້ອຍ ຜູ້ຍິງຊື່ ນາງ ໄອ໋ ອາຍຸ 5 ປີ ບ້ານດຽວກັນ ເພື່ອຮຽກເອົາຄ່າໄຖ່ຈຳນວນ 500. 000 ກີບ. ດັ່ງນັ້ນ, ເຈົ້າໜ້າທີ່ສົມທົບກັບ ພາກສ່ວນກ່ຽວຂ້ອງເຂົ້າຊ່ວຍເຫຼືອ ໂດຍໃຊ້ເວລາ 1 ຊົ່ວໂມງ ຈຶ່ງສາມາດຊ່ວຍເດັກນ້ອຍໄດ້ຢ່າງປອດໄພ. ໃນຂະນະນັ້ນ, ຜູ້ກໍ່ເຫດໄດ້ເອົາຕົວຫຼົບໜີ. ມາຮອດ ວັນທີ 28 ທັນວາ 2020 ເວລາ ປະມານ 12:00 ໂມງ ຈຶ່ງສາມາດຈັບ ຕົວຜູ້ກໍ່ເຫດໄດ້.

ຜູ້ກ່ຽວໄດ້ຮັບສາລະພາບວ່າ: ໄດ້ເ ສ ບ ຢ ມາແຕ່ປີ 2017, ເຊິ່ງຢາທີ່ນຳມ າ ສູ ບໃນແຕ່ລະຄັ້ງແມ່ນໄດ້ຂໍເງິນນຳພໍ່-ແມ່ ໃນບາງຄັ້ງພໍ່ແມ່ບໍ່ໄດ້ໃຫ້ເງິນ ເພາະຮູ້ວ່າເອົາໄປຊື້ ຢ ຈົນໝົດ. ເມື່ອເປັນແນວນັ້ນ ກໍຄິດວ່າພໍ່-ແມ່ ບໍ່ຮັກຕົນ ຈຶ່ງເກີດມີຄວາມນ້ອຍໃຈ, ບໍ່ພໍໃຈມັກອາລະວາດຄອບຄົວ ທຳລາຍສິ່ງຂອງໃນເຮືອນ. ຕົກມາຮອດວັນທີ 27 ທັນວາ 2020, ໄດ້ເສບຢາບ້າ ແລະ ກິນເ ຫຼົ້ າ ຈົນເ ມົ າ. ຮອດເວລາປະມານ 18:30ໂມງ ຂອງມື້ດຽວກັນ ໄດ້ຖືມີ ດຍາວ ປະມານ 20 ຊັງຕີແມັດ ຍ່າງໄປເຮືອນຈັບເອົາຫຼານຂອງ ນາງ ສີດາ, ເອົາມີດຈີ້ໃສ່ຄໍ ແລ້ວຮຽກເອົາເງິນຈາກນາງສີດາ ຈໍານວນ 500.000 ກີບ; ຖ້າບໍ່ໄດ້ຊິຂ້າເດັກນ້ອຍຖິ້ມ, ນາງສີດາຕອບວ່າ: ບໍ່ມີເງິນ. ຈາກນັ້ນ, ຈຶ່ງພາຕົວເດັກນ້ອຍໄປລີ້ຢູ່ເຂດບ້ານດອນຊຽງຫຼ້າ. ເຈົ້າໜ້າທີ່ພ້ອມພາກສ່ວນກ່ຽວຂ້ອງໄປເກ່ຍກ່ອມ ຈຶ່ງຍອມປ່ອຍຕົວເດັກນ້ອຍ ແລ້ວເອົາຕົວຫຼົບ ໜີ. ວັນຕໍ່ມາ, ຈຶ່ງຖືກເຈົ້າໜ້າທີ່ກັກຕົວໄປດຳເນີນຄະດີ.