ຂປລ.ສຳນັກຂ່າວ ຣອຍເຕີ ລາຍງານຈາກ ນະຄອນໄຄໂຣ ໃນວັນທີ26ມີນາວ່າ: ເກີດອຸບັດເຫດ ລົດໄຟ 2ຂະບວນ ຕຳກັນ ຢ່າງຮຸນແຮງ ທາງພາກກາງ ຂອງເອຢິບ ເຮັດໃຫ້ມີ ຜູ້ເສຍຊີວິດ 32ຄົນ ແລະ ບາດເຈັບອີກ 84ຄົນ ຖືນຳສົ່ງ ໄປໂຮງໝໍ ເພື່ອຮັບການປິ່ນປົວ ຢ່າງຮີບດ່ວນ.

ສ່ວນເຈົ້າໜ້າທີ່ ທາງລົດໄຟ ເປີດເຜີຍວ່າ: ອຸບັດເຫດ ລົດໄຟຕຳກັນ ເກີດຂຶ້ນຍ້ອນ ລົດໄຟ ຂະບວນໜຶ່ງ ໄດ້ໃຊ້ເບຣກ ສຸກເສີນ ເຮັດໃຫ້ລົດໄຟ ອີກຂະບວນ ທີ່ແລ່ນມາດ້ວຍ ຄວາມໄວສູງ ຕາມຫລັງ ເທິງລາງລົດໄຟ ດຽວກັນ ແລ່ນຕຳຮຸນແຮງ ຈົນຕົກລາງ ເຮັດໃຫ້ເກີດ ການສູນເສຍ ຢ່າງໃຫຍ່ຫລວງ. ປັດຈຸບັນ ເຈົ້າໜ້າທີ່ ຕຳຫລວດ ເອຢິບ ພວມສືບສວນ ສອບສວນ ຫາສາເຫດ ທີ່ແທ້ຈິງ ໃນຄັ້ງນີ້.

ຮຽບຮຽງຂ່າວໂດຍ ສະໄຫວ