ຂປລ.ສຳນັກ​ຂ່າວ ຣອຍ​ເຕີ​,​ ວັນ​ທີ26​ມີນາ ​ເກີດ​ໄຟ​ໄໝ້​ ໂຮງໝໍ ປິ່ນປົວ ​ຜູ້​ຕິດ​ເຊື້ອ​ ພະຍາດ ໂຄ​ວິດ-19 ​ໃນ​ເມືອງ​ມຸມ​ໄບ ຂອງ​ອິນ​ເດຍ​ ​ເຮັດ​ໃຫ້​ມີ ຜູ້​ເສຍ​ຊີວິດ ຢ່າງ​ໜ້ອຍ 9ຄົນ ​ແລະ​ ຍົກຍ້າຍ​ຄົນ​ເຈັບ 70ກວ່າ​ຄົນ ​ໄປ​ປິ່ນປົວ​ ໃນ​ໂຮງໝໍ​ອື່ນ ​ເພື່ອ​ຄວາມ​ປອດ​ໄພ ​ເຊິ່ງ​ເປັນ​ພື້ນ​ທີ່ ຊານ​ເມືອງ ຝັ່ງ​ຕາ​ເວັນ​ອອກ​ຂອງ​ ເມືອງ​ດັ່ງກ່າວ ທັງ​ເປັນ​ສູນ​ກາງ​ ເສດຖະກິດ ​ຂອງ​ອິນ​ເດຍ.

May be an image of outdoors

ຂະນະ​ນີ້ ​ເຈົ້າໜ້າ​ທີ່ ​ດັບ​ເພີງ ອິນ​ເດຍ ສາມາດ ​ຄວບ​ຄຸມ​ໄຟ​ ໄດ້​ແລ້ວ ​ແລະ ພວມ​ສືບສວນ ​ສອບ​ສວນ ​ຫາ​ສາ​ເຫດ ​ທີ່​ເກີດ​ຂຶ້ນ​ ໃນ​ຄັ້ງນີ້​. ປັດຈຸບັນ ອິນ​ເດຍ ມີ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ​ສະ​ສົມ 11,85 ລ້ານ​ຄົນ ​ແລະ ​ເສຍ​ຊີວິດ 160.949ຄົນ.

May be an image of one or more people, people standing, fire and outdoors

ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ

Leave a Reply

Your email address will not be published. Required fields are marked *