ແຂວງ ສະຫວັນນະເຂດ ວັນທີ 27/03/2021 ເວລາ 03:10 ນາທີ ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບແຈ້ງອຸບັດຕິເຫດວ່າມີເຫດລົດຈັກເສຍຫລັກລົ້ມເອງ ເຂດເສັ້ນທາງ 11 ແຍກ ບ້ານ ໂພນສະຫວ່າງໃຕ້ນະຄອນໄກສອນພົມວິຫານແຂວງ ສະຫວັນນະເຂດ

.

.

.

ໃນຈຸດເກີດເຫດມີຜູ້ເສຍຊີວິດຄາທີ່ 1ລາຍ ເປັນເພດຊາຍ, ອາຍຸ 21 ປີ ປະຊາຊົນບ້ານ ໜອງເດີນ ຜູ້ເສຍຊີວິດຖຶກກະທົບຫົວຍ່າງແຮງ ມີເລືອດອອກຫລາຍ ເສຍຊີວິດຄາທີ່

ສະນັ້ນທາງທີມງານອາສາພວກເຮົາໄດ້ປະສານຫາເຈົ້າໜ້າທີ່ຕຳຫລວດຈາລະຈອນ ເພື່ອມາເກັບກຳຂໍ້ມູນ ແລ້ວນຳສົ່ງສົບຜູ້ເສຍຊີວິດກັບບ້ານ ຂໍສະແດງຄວາມເສຍໃຈນຳຍາດຕິພີ່ນ້ອງຜູ້ເສຍຊີວິດ ແລະ ຂໍໃຫ້ວີນຍານຜູ້ເສຍຊີວິດໄປສູ່ພົບພູມທີ່ດີ ສາທຸໆໆ
