ໃນວັນທີ 27.03.2021 ເວລາ 02:05ນາທີ ໜວ່ຍກູ້ຊີບອົງການກາແດງແຂວງວຽງຈັນ ໄດ້ຮັບແຈ້ງເຫດຜ່ານເບີ 023 1625ວ່າມີລົດຈັກເສຍຫລັກລົ້ມເອງ ຢູ່ບ້ານໂພນງາມ ເມືອໂພນໂຮງ ແຂວງວຽງຈັນ.

ເມື່ອໜ່ວຍກູ້ຊີບໄປຮອດບ່ອນເກີດເຫດພົບເຫັນຜູ້ບາດເຈັບ 02ຄົນ,ເປັນເພດຊາຍທັງຫມົດອາການເບື້ອງຕົ້ນ:

-ຜູ້ທີ01: ອາຍຸ50ປີ ຢູ່ທີ່ບ້ານໂພນຊາຍ ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ ມີບາດແຜຖະຫລອກຢູ່ແຂນສອກເບື້ອງຊ້າຍ.

-ຜູ້ທີ02:ອາຍຸ38ປີ ຢູ່ທີ່ບ້ານຂາມ ເມືອງນາໄຊ ແຂວງສາລະວັນ,ນອນຫມົດສະຕິບໍ່ຫາຍໃຈ,ເສຍເລືອດຫຼາຍ ທາງທີມງານຂອງພວກເຮົາຈື່ງໄດ້ເຮັດການໂປ້ມຫົວໃຈ(CPR)ແຕ່ບໍ່ມີການຕອບສະໜອງ.

ດັ່ງນັ້ນ,ຫນ່ວຍກູ້ຊີບອົງການກາແດງແຂວງວຽງຈັນຈຶ່ງໄດ້ຫໍ່-ມ້ຽນສົບຜູ້ເສຍຊີວິດແລ້ວມອບໃຫ້ທາງຍາດພີ່ນ້ອງເຮັດພິທີທາງສາສະໜາ

ສ່ວນຜູ້ທີ່ໄດ້ຮັບບາດເຈັບແມ່ນນຳສົ່ງໄປໂຮງຫມໍເມືອງໂພນໂຮງ ແຂວງວຽງຈັນ.
