ຂປລ.ອ້າງ​ຕາມ​ຂ່າວ ປັກ​ກິ່ງ​ຂອງ ຈີນ, ວັນທີ 24 ເດືອນມີນາ, ທ່ານສຽວຫຍາ ລັດຖະມົນຕີ ອຸດສາຫະກຳ ແລະ ເຕັກໂນໂລຊີ ສື່ສານລະບຸວ່າ ການ​ຜະລິດ ວັກ​ຊິນ​ປ້ອງ​ກັນ ການ​ຕິດ​ເຊື້ອ ​ພະຍາດ​ ໂຄ​ວິດ-19 ຂອງ​ ຈີນ ​ໄດ້​ເພີ່ມ​ຂື້ນ ​ເປັນວັນ​ລະ 5 ລ້ານ​ໂດສ ຊື່ງເປັນການ ເພີ່ມຂຶ້ນຫລາຍ​ກວ່າ 3 ​ເທົ່າ ເມື່ອທຽບໃສ່ ປະລິມານ ການ​ຜະລິດ​ ລາຍ​ວັນ. ໃນວັນ​ທີ 1 ກຸມພາ ​ທີ່​ຜ່ານ​ມາ ຜະລິດ​ໄດ້ ວັນ​ລະ 1,5 ລ້ານ​ຫລອດ. ປັດຈຸບັນ, ຈີນ ​ຜະລິດ​ວັກ​ຊິນ ​ໃຊ້​ພາຍ​ໃນ​ປະ​ເທດ ຫລາຍ​ກວ່າ 100 ລ້ານ​ໂດສ

May be an image of text that says 'COVID 19 Coronavirus Vaccine Injectionly tion only Injection COVID 19 Coronavirus Vaccine Injection only COVID Coronar Vaccine 1'

ໄລ່ເຖິງ ວັນ​ທີ 22 ມີນາ​ ຜ່ານ​ມາ, ຈີນ​ ແຈກຢາຍວັກ​ຊິນ 80,46 ລ້ານ​ໂດສ ​ແລະ ​ ວັນ​ເສົາ​ທີ່​ຜ່ານ​ມາ ຈີນໄດ້​ສັກ​ວັກ​ຊິນ ​ໃຫ້​ປະຊາຊົນ 74,96 ລ້ານ​ໂດສ ຊຶ່ງ​ສະ​ແດງ ​ໃຫ້​ເຫັນ​ເຖິງ ຄວາມ​ກ້າວໜ້າ​ ຢ່າງ​ວ່ອງ​ໄວ  ​ໃນ​ການ​ລະດົມ ການສັກ​ວັກ​ຊິນ ປ້ອງ​ກັນ ​ໂຄ​ວິດ-19 ​ໃຫ້​ແກ່ປະຊາຊົນ. ​​ທ່ານ ​ເຟິງ ຊີ​ຈຽນ ຮອງ​ຜູ້ອຳນວຍການ​ ສູນຄວບ​ຄຸມ ​ແລະ ປ້ອງ​ກັນ ພະຍາດ​ຂອງ ຈີນ ກ່າວ​ວ່າ: ຄາດ​ວ່າ ການ​ສັກ​ວັກ​ຊິນ ​ໃຫ້​ປະຊາຊົນ ລາຍ​ວັນ ຈະ​ມີ​ຈຳນວນ ​ເພີ່ມ​ຂື້ນ ຢ່າງ​ແນ່ນອນ  ນັບແຕ່ ​ເດືອນ​ເມສາ ​ເປັນ​ຕົ້ນ​ໄປ, ຈີນ​ຕັ້ງ​ເປົ້າ​ໝາຍ ສັ​ກວັກ​ຊິນ ​ໃຫ້​ປະຊາຊົນ ​ໃຫ້​ໄດ້ 40% ຂອງ​ ປະຊາກອນ​ທັງ​ໝົດ 1.400 ລ້ານ​ຄົນ ພາຍ​ໃນ​ກາງ​ປີ​ນີ້.

Leave a Reply

Your email address will not be published. Required fields are marked *