ເຮືອຂົນສົ່ງ Mega Ship MV Ever Given ສັນຊາດປານາມາ ນ້ຳໜັກ 2.2 ແສນໂຕນ ແລະຍາວ 400 ແມັດ ຢູ່ພາຍໃຕ້ການດູແລຂອງບໍລິສັດຂົນສົ່ງ Evergreen ຂອງໄຕ້ຫວັນ.

ທີ່ເດີນທາງຈາກທະເລແດງ ເພື່ອມຸ່ງໜ້າສູ່ທະເລເມດິເຕເຣນຽນ ເກີດການໝູນຂວາງລຳ ກັ້ນເສັ້ນທາງຄອງສຸເອດ ຈົນເຮືອຂົນສົ່ງອື່ນໆ ຫຼາຍກວ່າ 100 ລຳ ບໍ່ສາມາດຜ່ານຄອງສຸເອດໄດ້ ຕັ້ງແຕ່ ວັນອັງຄານ 23 ມີນາຜ່ານມາ.

ເຮັດໃຫ້ມີສິນຄ້າຕົກຄ້າງເປັນຈຳນວນຫຼວງຫຼາຍ ໂດຍສະເພາະເຮືອຂົນສົ່ງນ້ຳມັນ ທີ່ຕ້ອງໃຊ້ເສັ້ນທາງນີ້ຜ່ານອອກສູ່ທະເລເມດິເຕີເຣນຽນ ໄດ້ຮັບຄວາມເດືອດຮ້ອນໜັກ ຂະໜາດວ່າ ເຮັດໃຫ້ລາຄາຂອງນ້ຳມັນພຸ່ງຂຶ້ນເຖິງ 6%.

.

ທີ່ມາ: https://bit.ly/31ePwCP