ໃນທ້າຍເດືອນກຸມພາ 2021, ທ້າວ ວັນໄຊເລົາ, ທ້າວ ວາເຊົາວາງ ແລະ ທ້າວອໍາພອນ ຫຼື ຕຸ້ຍມົວ ຖືກຄະນະສານອາຍາ ສານປະຊາຊົນແຂວງອຸດົມໄຊ ຕັດອິດສະລະພາບຜູ້ລະ 5 ປີ ພ້ອມທັງປັບໃໝຜູ້ລະ 10.000.000 ໃນສະຖານການ ຄ້ າ ຂ າ ຍ ຢ ແລະ ມີ ຢ ໄວ້ໃນຄອບຄອງ.

ອົງການໄອຍະການປະຊາຊົນແຂວງ ຍັງຖະແຫຼງຕໍ່ວ່າ ຈຳເລີຍ ຊື່ທ້າວວາເຊົາວາງ ອາຍຸ 36 ປີ ຢູ່ບ້ານໂຮມໄຊ ເມືອງນາໝໍ້ ຖືກເຈົ້າໜ້າທີ່ຕໍາຫຼວດ ເຂົ້າກັກຕົວໄປດໍາເນີນຄະດີຄາເຮືອນໃນວັນທີ 30 ກັນຍາ 2020, ກວດກາພົບເຫັນ ຢ ຈໍານວນ 745 ເ ມັ ດຊຸກເຊື່ອງໄວ້ຂ້າງຕຽງນອນຂອງຜູ້ກ່ຽວ. ຜ່ານການສອບສວນຜູ້ກ່ຽວໃຫ້ການວ່າ: ໃນວັນທີ 29 ກັນຍາ, ໄດ້ມີຊາຍບໍ່ຮູ້ຊື່ທີ່ຮ່ວມຂະບວນການນໍາກັນມາຖາມຂາຍ ຢ ໃຫ້ ຈໍານວນ 747 ເ ມັ ດ ຜູ້ກ່ຽວກໍໄດ້ຕົກລົງຊື້ໄວ້ເພື່ອ ເ ສ ບ ເ ອງ ແລະ ຂາ ຍ ຕໍ່ໃຫ້ກັບໄວລຸ້ນທີ່ມາມົ້ ວ ສຸ ມ ; ພາຍຫຼັງທີ່ໄດ້ ຢ ແລ້ວ ກໍນໍາໄປເສບເອງຈໍານວນ 2 ເ ມັ ດ . ຈາກນັ້ນ, ຈຶ່ງຖືກເຈົ້າໜ້າທີ່ກັກຕົວໄປດໍາເນີນຄະດີ ພ້ອມກັບ ຢ ທີ່ຍັງເຫຼືອ.

ຜ່ານການຄົ້ນຄວ້າ, ກວດກາບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆ ທີ່ມີຢູ່ໃນສໍານວນຄະດີຢ່າງຄົບຖ້ວນ ແລະ ພາວະວິໄສ ແລ້ວເຫັນວ່າ ການກະທໍາຂອງພວກຈໍາເລີຍ ເປັນການກະທໍາຜິດຕາມຂໍ້ກ່າວຫາແທ້ ແລະ ມັນສະແດງອອກຕາມບົດບັນທຶກການກວດຄົ້ນເຄຫະສະ ຖານ ແລະ ຄໍາໃຫ້ການຂອງພວກຈໍາເລີຍທີ່ກ່າວມາຂ້າງເທິງນັ້ນ; ນອກນັ້ນ, ຍັງເຫັນວ່າ ພວກຈໍາເລີຍເປັນບຸກຄົນທີ່ມີສະຕິສໍາປະຊັນຍະສົມ ບູນ ແລະ ເຖິງກະສຽນອາຍຸທາງອາຍາຄົບຖ້ວນ, ສາມາດຮູ້ໄດ້ວ່າ: ການ ຄ້ າ ຂ າ ຍ ຢ ແລະ ການມີ ຢ ໄວ້ໃນຄອບຄອງເພື່ອເ ສ ບ ແລະ ຂ າ ຍ ເປັນສິ່ງທີ່ຜິດຕໍ່ປະມວນກົດໝາຍອາຍາທີ່ກໍາ ນົດໂທດທາງອາຍາ ແລະ ເປັນການກະທໍາຜິດໂດຍເຈດຕະນາ ຄ້ າຂ າ ຍ ຢ ແລະ ມີ ຢ ໄວ້ໃນຄອບຄອງ ເພື່ອ ຫວັງຜົນປະໂຫຍດ ໂດຍບໍ່ຖືກຕ້ອງຕາມກົດໝາຍ, ຕໍ່ກັບການກະທໍາຜິດຕາມປະມວນກົດຫມາຍອາຍາມາດຕາ 315 ວັກ 1 ໄດ້ລະບຸໄວ້ວ່າ: ບຸກຄົນຜູ້ໃດຫາກຜະລິດ, ປຸງແຕ່ງ, ຄ້ າ ຂ າ ຍ , ຈໍາໜ່າຍ, ຂົນສົ່ງ, ມີໄວ້ໃນຄອບຄອງ ຫຼື ນໍາເຂົ້າ, ສົ່ງອອກ ຫຼື ນໍາ ຢ ອີ, ຢ ບ , ຢ ໄ ອ ສ໌ ຫຼື ວັດຖຸອອກລິດຕໍ່ຈິດປະສາດຜ່ານສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕໍ່າກວ່າ 100 ກຼ າ ມ ຈະຖືກລົງ ໂທດຕັດອິດສະລະພາບແຕ່ຫ້າປີ ຫາ ສິບປີ ແລະ ຈະຖືກປັບໃໝ ແຕ່ 10.000.000 ກີບ ຫາ 100.000.000 ກີບ ແລະ ຈະຖືກຮິບຊັບ.

ດັ່ງນັ້ນ,ດ້ວຍເຫດຜົນ ແລະ ຫຼັກ ຖານດັ່ງກ່າວ ຄະນະສານອາຍາ ສານປະຊາຊົນແຂວງອຸດົມໄຊ ຈຶ່ງໄດ້ຕັດສິນລົງໂທດຕັດອິດສະລະພາບ ທ້າວ ວັນໄຊເລົາ, ທ້າວ ວາເຊົາວາງ ແລະ ທ້າວ ອໍາພອນ ຫຼື ຕຸ້ຍມົວ ຜູ້ລະ 5 ປີ ແລະ ປັບໃໝ ຜູ້ລະ 10.000.000 ກີບ ພ້ອມທັງຮິ ບ ຢ ໄປທໍາລາຍຖິ້ມ ແລະ ຮິບຊັບທີ່ມີສ່ວນພົວພັນໃນຄັ້ງນີ້ ເຂົ້າເປັນຂອງລັດ.