ເວລາ 1:30 ໂມງ ຂອງວັນທີ 19 ມີນາ 2021 ປກສ ເມືອງຈັນທະບູລີ ໄດ້ຮັບແຈ້ງເຫດວ່າມີຄົນຈີນອາລະວາດ ແລະ ໃຊ້ອາວຸດເສິກຂົ່ມຂູ່ປະຊາຊົນ ຢູ່ບ້ານວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງຈັນທະບູລີ ຈຶ່ງປະສານສົມທົບກັບກຳລັງກອງພັນປ້ອງກັນເຄື່ອນທີ່ ນວ ລົງແກ້ໄຂເຫດການດັ່ງກ່າວ ຢູ່ສະຖານທີ່ເກີດເຫດມີຊາຍຄົນໜຶ່ງມີອາການຄ້າຍຄືເມົາ ແລະ ມືຖືອາວຸດເສິກ ຈີ້ໃສ່ຫົວຕົນເອງ ເຈົ້າໜ້າທີ່ໄດ້ພະຍາຍາມເກ່ຍກ່ອມໃຫ້ຜູ້ກ່ຽວມອບຕົວ, ແຕ່ບໍ່ເປັນຜົນ ຈຶ່ງໄດ້ນຳໃຊ້ຍຸດທະວິທີໃຫ້ເປົ້າໝາຍເຜີຕົວຈຶ່ງສາມາດເຂົ້າຄວບຄຸມຕົວໄດ້ ໃນເວລາ 4:30 ໂມງ, ພ້ ອ ມ ຂ ອ ງ ກ າ ງ ອາວຸດເສິກຈຳນວນ 1 ກະບອກ, ແມັກກະຊີນຈຳນວນ 2 ແມັກ ແລະ ລູກຈຳນວນ 12 ລູກ.

,

May be an image of street and text that says 'ปภส บอ'

ຕໍ່ກັບເຫດການດັ່ງກ່າວ ພາຍຫຼັງສືບສວນ-ສອບສວນ ລະອຽດຈະແຈ້ງແລ້ວແມ່ນຈະລາຍງານຜົນຄວາມຄືບໜ້າໃຫ້ພາຍຫຼັງ.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງພໍ່-ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ຊ່ວຍປະຕິບັດພັນທະປະກອບສ່ວນເຂົ້າໃນວຽກງານຮັກສາຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຖ້າພົບເຫັນເຫດການ ຫຼື ການກະທຳຜິດສາຍພົວພັນສັງຄົມທີ່ກົດໝາຍ ແລະ ລະບຽບກຳນົດໄວ້ ຂໍໃຫ້ຮີບຮ້ອນລາຍງານເຈົ້າໜ້າທີ່ບ່ອນທີ່ໃກ້ທີ່ສຸດ ຫຼື ແຈ້ງທາງເບີວອດແອັບ 02028899774 ແລະ ແຈ້ງຜ່ານທາງຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

Leave a Reply

Your email address will not be published. Required fields are marked *