ລັດວິສາຫະກິດໄຟຟ້າລາວສາຂາແຂວງເຊກອງເລັ່ງມືສ້ອມແປງ ແລະກູ້ລະບົບຕາຂ່າຍ 22 ກິໂລໂວນ ທີ່ໄດ້ຮັບຜົນກະທົບຈາກພາຍຸລະດູຮ້ອນ ແລະຄາດວ່າຈະເປີດໄຟໃຫ້ປະຊາ ຊົນໄດ້ຊົມໃຊ້ຢ່າງເປັນປົກກະຕິໃນວັນທີ 23 ມີນານີ້.

May be an image of 1 person, standing and outdoors

.

May be an image of one or more people, people standing, tree and outdoors

ທ່ານ ອ່ອນສີ ປັດຖໍາມະວົງ ຮັກສາການຫົວໜ້າລັດວິສາຫະກິດໄຟຟ້າລາວສາຂາແຂວງເຊກອງ ໃຫ້ສໍາພາດຕໍ່ນັກຂ່າວແຂວງວ່າ: ໃນຕອນແລງວັນທີ 20 ມີນາ 2021 ເວລາ 17:45 ໂມງ ໄດ້ມີລົມພາຍຸລະດູຮ້ອນພັດເຂົ້າແຂວງເຊກອງໂດຍສະເພາະເຂດບ້ານໂພນໄຊ ເມືອງລະມາມ ເກີດມີຝົນຕົກ, ຟ້າຮ້ອງ ແລະລົມແຮງເຮັດໃຫ້ລະບົບຈຳໜ່າຍໄຟຟ້າແລວຕາຂ່າຍ 22 ກິໂລໂວນ 3 ວົງຈອນຄື: Feeder 3, Feeder 6 ແລະFeeder 7 ໄດ້ຮັບ ຜົນກະທົບມີຄວາມຍາວປະມານ 2 ກິໂລແມັດ, ເຮັດໃຫ້ໄຟຟ້າດັບເປັນບໍລິເວນກວ້າງ, ເສົາຕາຂ່າຍໄຟຟ້າ 22 ກິໂລໂວນແລວ 2 ຊັ້ນເສົາ 14 ແມັດຫັກ ຈຳນວນ 10 ຕົ້ນ, ເສົາ 12 ແມັດຫັກ 19 ຕົ້ນ, ເສົາ 8 ແມັດຫັກ 12 ຕົ້ນ, ໝໍ້ແປງ 3Phase 100KVA ຈຳນວນ 1 ໜ່ວຍ, ໝໍ້ແປງ 3Phase 250KVA ຈຳນວນ 1 ໜ່ວຍ; ນອກນັ້ນຍັງມີຄອນສາຍຫັກ, ດອກກັນໄຟແຕກ ແລະ ໝໍ້ນັບໄຟເສຍຫາຍເປັນຈຳນວນຫຼວງຫຼາຍລວມມູນຄ່າ 400 ລ້ານກີບ.

May be an image of one or more people, people standing and outdoors

.

May be an image of standing, road and tree

ແນວໃດກໍຕາມທາງລັດວິສາຫະກິດໄຟຟ້າລາວສາຂາແຂວງເຊກອງຈຶ່ງຕັດຊ້ວງໄວ້ແລ້ວນຳເອົາໄຟຈາກແຂວງອັດຕະປື ເພື່ອສົ່ງເຂົ້າມາໃຫ້ເທສະບານແຂວງເຊກອງໄດ້ຊົມໃຊ້ໄຟ.ທ່ານ ອ່ອນສີ ປັດຖໍາມະວົງ ຍັງໄດ້ໃຫ້ຮູ້ຕື່ມວ່າ: ສໍາລັບການແກ້ໄຂຜົນກະທົບຄັ້ງນີ້ທາງລັດວິສາຫະກິດໄຟຟ້າລາວສາຂາແຂວງເຊກອງກໍໄດ້ຂໍຄວາມຊ່ວຍເຫຼືອຈາກລັດວິສາຫະກິດໄຟຟ້າ 3 ສາຂາຄື: ລັດວິສາຫະກິດໄຟຟ້າສາຂາ ແຂວງສາລະວັນ, ຈໍາປາສັກ ແລະອັດຕະປືມາຊ່ວຍຊຶ່ງປະຈຸບັນແມ່ນກຳລັງຂຸ້ນຂຽວສຸມໃສ່ປະຕິບັດໜ້າທີ່ຢ່າງຮີບດ່ວນເພື່ອກູ້ຄືນລະ ບົບໄຟຟ້າໃຫ້ສາມາດກັບມານຳໃຊ້ເປັນປົກກະຕິໂດຍໄວ.

Leave a Reply

Your email address will not be published. Required fields are marked *