ທ່ານ ພັທ ອາລຸນຍະເດດ ບົວສີສະຫວັດ ຫົວໜ້າພະແນກກວດກາ ແລະ ຄວບຄຸມ ຢ ປກສ ແຂວງຫຼວງນ້ຳທາ ໄດ້ໃຫ້ຮູ້ໃນວັນທີ 22 ມີນາ ນີ້ວ່າ: ເພື່ອປະຕິບັດຕາມຄຳ​ສັ່ງຂອງ​ທ່ານ ​ນາຍົກລັດຖະມົນຕີ ສະບັບ​ເລກທີ 36/ນຍ ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ການ​ຄວບ​ຄຸມ, ສະກັດ​ກັ້ນ ​ແລະ ຕ້ານ ​ຢ ​ແລະ ການ​ ປູ ກ ​ ຝິ່ ນ – ກັ ນ ​ ຊ າ . ໃນໄລຍະຜ່ານມາ ການນໍາຂັ້ນແຂວງ, ເມືອງ ແລະ ອົງການຈັດຕັ້ງທຸກພາກສ່ວນທີ່ກ່ຽວຂ້ອງ ໄດ້ໃຫ້ຄວາມສຳຄັນຕໍ່ກັບວຽກງານດັ່ງກ່າວ, ລົງຊຸກຍູ້ລະດົມຕໍ່ປະຊາຊົນຢູ່ບັນດາບ້ານເປົ້າໝາຍ ເພື່ອເຮັດໃຫ້ເຂົາເຈົ້າເຂົ້າໃຈຕໍ່ກັບບັນຫາ ແລະ ມີສ່ວນຮ່ວມໃນການທຳລາຍສວນ ຝິ່ ນ. ທ່ານ ພັທ ອາລຸນຍະເດດ ບົວສີສະຫວັດ ໃຫ້ຮູ້ຕື່ມວ່າ: ພາຍຫຼັງໄດ້​ຮັບ​ແຈ້ງ​ການ​ຈາກ​ກົມ​ໃຫຍ່​ຕຳຫຼວດ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ແມ່ນ​ໄດ້​ສະ​ເໜີຂໍ​ທິດ​ຊີ້ນຳ​ຈາກ​ກອງບັນຊາການ ປກສ ແຂວງ ​ເພື່ອ​ອອກ​ແຈ້ງ​ການ ແລະ ລົງ​ສົມທົບ​ກັບ​ບັນດາ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ເມືອງ​ຄື: ຫ້ອງ​ວ່າການ​ເມືອງ, ກອງ​ບັນຊາ​ການ ປກສ-ປກຊ ເມືອງ, ກອງກໍສ້າງ​ຮາກ​ຖານ 914 ປະຈໍາ​ເມືອງ​ລອງ ​ແລະ ​ຄະນະ​ພັກ​ເຂດ​ ລວມທັງໝົດ 194 ສະຫາຍ ​ລົງເຄື່ອນໄຫວກວດກາ ແລະ ທຳລາຍສ່ ວ ນ ຝິ່ ນ ​ແຕ່​​ເດືອນ ມັງກອນ ຫາ ​​ເດືອນ ກຸມພາ ປີ 2021.

ໃນນີ້, ເມືອງ​ວຽງພູ​ຄາ ມີ​ປະຊາຊົນ​ລັກ ​ ປູ ກ​ ຝິ່ ນ 5 ບ້ານ, 41 ຄອບຄົວ, ​ມີສວ ນ ​ ຝິ່ ນ​ 78 ຕອນ ​ ມີ​ເນື້ອທີ່​ທັງໝົດ 43,39 ​ເຮັກຕາ; ເມືອງ​ສີ​ງ ມີ​ປະຊາຊົນ​ລັກ ​ ປູ ກ ​ ຝິ່ ນ 2 ບ້ານ, ມີ 6 ຄອບຄົວ, ​ມີສວນ​ ຝິ່ ນ 6 ຕອນ ​ເນື້ອທີ່​ທັງໝົດ 2,52 ​ເຮັກຕາ ເມືອງ​ນາ​ແລ ມີ​ປະຊາຊົນ​ລັກ​ ປູ ກ ​ຝິ່ ນ ມີ 2 ບ້ານ, ມີ​ສວ ນ ​ ຝິ່ ນ 24 ຕອນ ​ເນື້ອທີ່​ທັງໝົດ 12,7 ​ເຮັກຕາ; ເມືອງ​ລອງ ມີ​ປະຊາຊົນ​ລັກ ​ ປູ ກ ​ ຝິ່ ນ 16 ບ້ານ, ມີ 142 ຄອບຄົວ, ​ມີ ສ ວ ນ​ ຝິ່ ນ 183 ຕອນ, ​ ເມືອງຫຼວງນໍ້າ​ທາ ມີ​ປະຊາຊົນ ​ ລັ ກ ​ ປູ ກ ​ ຝິ່ ນ ​ມີ 3 ບ້ານ, ມີ 2 ຄອບຄົວ, ​ມີ ສ ວ ນ ຝິ່ ນ 6 ຕອນ ເນື້ອທີ່ທັງໝົດ 0,2994 ເຮັກຕາ.

ລວມທົ່ວແຂວງ ມີປະຊາຊົນລັກ ປູ ກ ຝິ່ ນ ຈຳນວນ 11 ກຸ່ມ​ບ້ານ, 28 ບ້ານ, 191 ຄອບຄົວ, ​ມີ ສ ວ ນ​ ຝິ່ ນ​ 297 ຕອນ, ມີ​ເນື້ອທີ່​ທັງໝົດ 145,939 ​​ເຮັກຕາ ​ແລະ ​ໄດ້​ທຳລາຍ​ຖິ້ມ 100%. ​ເມື່ອທຽບ​ໃສ່ໃນປີ 2019 ມີເນື້ອທີ່ສ ວນ ຝິ່ ນ ເພີ່ມຂຶ້ນຈໍານວນ 39,879 ເຮັກຕາ ໃນທົ່ວແຂວງ.

ຫຼັງຈາກໄດ້ສຳເລັດການທຳ ລ າ ຍ ສ ວ ນ ຝິ່ ນ ແລ້ວ ຄະນະຮັບຜິດຊອບໄດ້ສຶກສາອົບຮົມກ່າວ​ເຕືອນຕໍ່ອົງການຈັດຕັ້ງຂອງບ້ານ, ເຈົ້າຂອງ ສ ວ ນ ຝິ່ ນ ໃຫ້ເຂົາເຈົ້າໄດ້ຮັບຮູ້ເຂົ້າໃຈກ່ຽວກັບລະບຽບກົດໝາຍຕ່າງໆ ແລະ ​ໄດ້ສ້າງບົດບັນທຶກໄວ້ເພື່ອເປັນບ່ອນອິງ ແລະ ພ້ອມ​ທັງແນະນຳໃຫ້ ປກສ ກຸ່ມບ້ານ ສົມທົບກັບອົງການຈັດຕັ້ງບ້ານຕິດຕາມເປົ້າໝາຍບໍ່ໃຫ້​ປະຊາຊົນພາຍໃນບ້ານ ​ເຄື່ອນ​ໄຫວ​ລັກ​ ປູ ກ ​ ຝິ່ ນ ​ຄືນອີກ.

(ຂ່າວ: ສົມພອນ ຂຸນດາວົງ)

Leave a Reply

Your email address will not be published. Required fields are marked *