ກົມອຸຕຸນິຍົມ ແລະ ອຸທົກກະສາດ ມີຄຳເຕືອນເພື່ອເຝົ້າລະວັງສະພາບອາກາດຮ້ອນເອົ້າຫຼາຍ ແລະ ພາຍຸຝົນຕົກຟ້າຮ້ອງ ຟ້າເຫຼື້ອມ, ລົມພັດແຮງໃນໄລຍະວັນທີ 25-28 ມີນາ 2021 ມວນອາກາດຮ້ອນຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບສອງກະແສລົມຕາເວັນຕົກ ແລະ ລົມຕາເວັນອອກສ່ຽງໃຕ້ພັດປົກຄຸມເຂດພາກກາງ ແລະ ພາກເໜືອ, ຊຶ່ງຈະເຮັດໃຫ້ອາກາດຮ້ອນເອົ້າຫຼາຍ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ.

ດັ່ງນັ້ນ, ປະຊາຊົນທີ່ອາໄສຢູ່ເຂດພາກເໜືອດ້ານຕາເວັນຕົກລົງຫາພາກກາງ ແລະ ພາກໃຕ້ ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດຮ້ອນອົບເອົ້າທີ່ຈະເຮັດໃຫ້ເກີດມີອັກຄີໄພ ແລະ ມີສະຕິລະມັດລະວັງຕໍ່ສະພາບພາຍຸຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ ແລະ ໝາກເຫັບຕົກ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້ ປ້າຍໂຄສະນາ ແລະ ເສົາໄຟຟ້າຫັກລົ້ມທີ່ອາດຈະເກີດຂຶ້ນໃນໄລຍະນີ້. ຄາດຄະເນສະພາບອາກາດໃນແຕ່ລະພາກດັ່ງດັ່ງແຈ້ງການລຸ່ມນີ້:

No photo description available.

.

No photo description available.

.

No photo description available.

Leave a Reply

Your email address will not be published. Required fields are marked *