ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 22 ມີນາ 2021 ນີ້ ທີ່ຫໍສະພາແຫ່ງຊາດຫລັງໃຫມ່, ສະມາຊິກສະພາແຫ່ງຊາດ ໄດ້ພ້ອມກັນພິຈາລະນາ, ຮັບຮອງເອົາປະທານ ແລະ ຮອງປະທານປະເທດ ຕາມການສະເໜີຂອງຄະນະປະຈໍາສະພາແຫ່ງຊາດ. ກອງປະ ຊຸມໄດ້ລົງຄະແນນສຽງເຫັນດີຮັບຮອງເອົາ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ເປັນປະທານປະເທດ ແລະ ຮັບຮອງເອົາ ທ່ານ ນາງ ປານີ ຢາທໍ່ຕູ້ ແລະ ທ່ານ ບຸນທອງ ຈິດມະນີ ເປັນຮອງປະທານປະເທດ.

ໃນໂອກາດຂຶ້ນກ່າວຮັບໜ້າທີ່ໃນຄັ້ງນີ້ ທ່ານ ທອງລຸນ ສີສຸລິດ ໃຫ້ຄໍາໝັ້ນສັນ ຍາວ່າ: ຈະເຄົາລົບ ແລະ ປະຕິບັດຕາມລັດຖະທໍາມະນູນ ແລະ ກົດໝາຍຢ່າງເຂັ້ມງວດ, ຈະຈົງຮັກພັກດີຊື່ສັດ, ບໍລິສຸດຕໍ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າ, ຈະຮ່ວມກັບການນໍາຂອງພັກບລັດ ເຮັດທຸກສິ່ງທຸກຢ່າງເພື່ອສ້າງເງື່ອນໄຂ ແລະ ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບ ແລະ ຄວາມສະຫງົບປອດໄພ, ເສດຖະກິດ-ສັງຄົມ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ສືບຕໍ່ຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ນັບສູງຂຶ້ນ, ສືບຕໍ່ບູລະນະລະອບບປະຊາທິປະໄຕ ປະຊາຊົນໃຫ້ສົມບູນຍິ່ງຂຶ້ນ, ສືບຕໍ່ຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານມີຫລັກ ການຂອງພັກໃຫ້ເຂົ້າສູ່ລວງເລິກທີ່ເປັນຮູບປະທໍາ, ພ້ອມນີ້ ຈະປະຕິບັດນະໂຍບາຍການຕ່າງປະເທດ ສັນຕິພາບ, ເອກະລາດແຫ່ງຊາດ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

ພ້ອມນີ້ ທ່ານ ທອງລຸນ ສີສຸລິດ ໄດ້ຮຽກຮ້ອງມາຍັງການນຳຂອງພັກ ແລະ ລັດ ທຸກຂັ້ນ, ລວມທັງພະນັກງານ, ທະຫານ, ຕໍາຫລວດ ຕະຫລອດຮອດປະຊາຊົນລາວໃນທົ່ວປະເທດ ແລະ ພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ຈົ່ງພ້ອມກັນເຊີດຊູນໍ້າໃຈຮັກ ຊາດ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ເສີມຂະຫຍາຍມູນເຊື້ອດຸໝັ່ນຂະຫຍັນພຽນຂອງຊາດ ເຮັດໃຫ້ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ກໍຄື ຈຸດ ໝາຍສ້າງປະເທດຊາດໃຫ້ຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີເປັນປຶກແຜ່ນ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລໃຫ້ປະກົດຜົນເປັນຈິງ.

ຂ່າວ: ບຸນຕຽງ ຈັນທະວົງ
ພາບ: ອາພິນຍາ ສຸລິຍະວົງ