ໃນວັນທີ່ 21.03.2021 ເວລາ 09:25 ນາທີ ໄດ້ຮັບແຈ້ງຈາກປະຊາຊົນຜ່ານເບີ 071 1625 ວ່າມີເຫດໄຟຟ້າຊັອດຄົນ ຢູ່ບ້ານປ່າຂາມ ນະຄອນຫລວງພະບາງ ເມື່ອຫນ່ວຍກູ້ຊີບອົງການກາແດງລາວກວດສອບພົບຜູ້ບາດເຈັບເພດຊາຍ01ຄົນ

ອາການບາດເຈັບເບື້ອງຕົ້ນ:ແມ່ນມີບາດແຜໄໝ້ຕາມຮ່າງກາຍແລະຫາຍໃຈບໍ່ສະດວກ

ສາເຫດ:ແມ່ນຜູ້ບາດເຈັບຂື້ນໄປແປງເຮືອນໃນຂະນະນັ້ນສາຍໄຟຟ້າໄດ້ແຕກແລະຊັອດຖືກຜູ້ກ່ຽວ

.

ດັ່ງນັ້ນທີມງານຫນ່ວຍກູ້ຊີບອົງການກາແດງລາວຫລວງພະບາງຈຶ່ງໄດ້ປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໂຮງຫມໍແຂວງຫລວງພະບາງ

.
