ຊຸດປະຈຳຊາດຂອງ Miss Grand Laos ທີ່ຫາກໍຖືກເປີດເຜີຍອອກມານີ້ ເປັນຜົນງານການອອກແບບຂອງ ຄຳພີ ອະລັງການ ຜູ້ເຊິ່ງຢູ່ເບື້ອງຫຼັງການອອກແບບຊຸດປະຈຳຊາດໃຫ້ກັບນາງງາມລາວມາແລ້ວຫຼາຍຄັ້ງ ເຊິ່ງໃນຄັ້ງນີ້ມາໃນຄອນເຊັບ “ປາກັດລາວ” ໂດຍໂຕຊຸດເອງເປັນຮູບຊົງປາກັດ ແລະ ມີລວດລາຍຂອງທຸງລາວ.

May be an image of 2 people

ພາຍຫຼັງທີ່ມີການປະກາດອອກມາຜ່ານເຟສບຸກຂອງຜູ້ອອກແບບ ກໍມີຊາວເນັດທັງລາວ ແລະ ໄທຈຳນວນຫຼາຍທ້ວງວ່າ ຊຸດດັ່ງກ່າວມີຄວາມຄ້າຍຄືກັບຊຸດ “ປາກັດໄທ” ທີ່ ອະແມນດາ Miss Universe Thailand 2020 ຈະໃສ່ປະກວດເປັນຊຸດປະຈຳຊາດຂອງໄທໃນເດືອນພຶດສະພານີ້ ແລະ ກໍມີການຕຳນິຜູ້ອອກແບບວ່າກັອບປີ້ແນວຄິດຂອງຊຸດມາໃຊ້ ໂດຍບໍ່ຄຳນຶງເຖິງຄວາມເໝາະສົມວ່າຊໍ້າກັນ ຫຼື ບໍ່.

ຄຳພີ ອະລັງການ ເປັນແຟຊັນດີຊາຍເນີຊາວໄທ ຜູ້ເຊິ່ງຢູ່ເບື້ອງຫຼັງຊຸດປະຈຳຊາດລາວຂອງນາງງາມຫຼາຍຄົນ ແຕ່ທີ່ໂດດເດັ່ນທີ່ສຸດແມ່ນຊຸດ “ກິນນາລີ” ທີ່ ອອນອານົງ ຫອມສົມບັດ ມິສຢູນິເວີສລາວ 2018 ໃສ່ເທິງເວທີປະກວດ ແລະ ສາມາດຊະນະລາງວັນຊຸດປະຈຳຊາດດີເດັ່ນມາໄດ້.

May be an image of 1 person and text that says 'TPN GL BAL A'

ຂະນະທີ່ສື່ສາຍນາງງາມຫຼາຍເຈົ້າໄດ້ມີການເປີດປະເດັນ ແລະ ເກີດການຖົກຖຽງໃນໂລກອອນລາຍເປັນວົງກວ້າງ ຕອນນີ້ຍັງບໍ່ທັນມີການຊີ້ແຈງຈາກທາງກອງປະກວດຂອງ Miss Grand Laos ແລະ ຜູ້ອອກແບບແຕ່ຢ່າງໃດ.

May be an image of 1 person and text

ຂ່າວບັນເທີງຈາກ muan.la

ພາບ: คำภีร์ อลังการ / FB

Leave a Reply

Your email address will not be published. Required fields are marked *