ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນນະ ຄອນຫຼວງວຽງຈັນ ( ນວ ) ຕັດອິດສະລະພາບ ທ້າວ ຂັນທະລີ ອາຍຸ 34 ປີ ຢູ່ບ້ານສາລະຄໍາໃຕ້ ເມືອງ ຫາດຊາຍຟອງ ນວ 1 ປີ 6 ເດືອນ ໃນສະ ຖານລັກຊັບພົນລະເມືອງ.
ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງການກະທໍາຜິດຕົວຈິງຂອງ ຈໍາເລີຍຄະດີດັ່ງກ່າວ ຕໍ່ຄະນະສານອາຍາ ໃນວັນທີ 3 ມີນາ 2021 ວ່າ: ໃນເດືອນກໍລະກົດ 2020 ທ້າວ ຂັນທະລີ ໄດ້ໄປງັດເຮືອນຂອງປະຊາຊົນ ຢູ່ເຂດບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ໄດ້ໃຊ້ເຫຼັກງັດປະຕູປ່ອງຢ້ຽມ ແລ້ວເຂົ້າໄປລັກເອົາກົບໄຟຟ້າ 1 ອັນ, ສະຫວ່ານເຈາະ ຈໍານວນ 1 ອັນ, ພ້ອມດ້ວຍດອກສະຫວ່ານ, ສາຍໄຟຟ້າຍາວ ປະມານ 4-5 ແມັດ, ລົດຈັກຮອນດ້າ 50 ຈໍານວນ 1 ຄັນ, ຫຼັງຈາກລັກແລ້ວ ໄດ້ເອົາກົບໄຟຟ້າ, ສະຫວ່ານເຈາະ, ດອກສະຫວ່ານ, ສາຍໄຟຟ້າໃຫ້ ທ້າວ ບຸນທັນ ໄປຂາຍໄດ້ເງິນ 100.000 ກີບ ແລ້ວໄດ້ເອົາ ເງິນໄປຊື້ ຢ ຈໍານວນ5 ເມັດ ມ າ ສ ນໍ າກັນ, ສ່ວນລົດຈັກຄັນທີ່ລັກມານັ້າ, ທ້າວ ຂັນທະລີ ໄດ້ມ້າງຕີນລົດ, ມ້າງເບາະອອກ ເຫຼືອແຕ່ຮ່າງລົດຈັກ ແລ້ວເອົາໄປຂາຍໃຫ້ຄົນຫວຽດ ທີ່ເລາະຮັບຊື້ເຫຼັກເສດ ຢູ່ເຂດບ້ານໂນນຫວາຍ ໄດ້ເງິນ 40.000 ກີບ ແລ້ວໄດ້ເອົາເງິນໄປຊື້ຢາບ້າມາ ສ ຈົນໝົດ, ມາ ຮອດວັນທີ 7 ສິງຫາ 2020 ກໍຖືກເຈົ້າໜ້າທີ່ ປກສຈັ ບຕົ ວ ມາດໍາເນີນຄະດີຕາມກົດໝາຍ.
ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ, ຄະນະສານອາຍາ ຈຶ່ງໄດ້ພິຈາລະນາຕັດສິນລົງໂທດ ທ້າວ ຂັນທະລີ ຕາມປະມວນກົດໝາຍອາຍາ ມາດຕາ 231 ວັກ 2 ; ຕໍ່ກັບ ທ້າວ ບຸນທັນ ທີ່ທ້າວ ຂັນທະລີ ໄດ້ໃຫ້ການຊັດທອດຫານັ້ນ ເຈົ້າໜ້າທີ່ໄດ້ສຶກສາອົບຮົມແລ້ວ ຕາມບົດບັນທຶກສຶກສາອົບຮົມ ສະ ບັບລົງວັນທີ 6 ຕຸລາ 2020.