ໃນວັນທີ 16 ມີນາ 2021 ເຈົ້າໜ້າທີ່ ປກສ ກຸ່ມ ສີຖານເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ລົງກວດກາຮ້ານອິນເຕີເນັດຄາເຟ່ ຢູ່ບ້ານອູບມຸງ ເມືອງສີໂຄດຕະບອງ ນວ ນຳພາໂດຍ ພັທ ດວງໃຈ ແກ້ວນະຄອນ ຮອງຫົວໜ້າ ປກສ ກຸ່ມສີຖານ ເຊິ່ງຮ້ານດັ່ງກ່າວຜ່ານມາເຄີຍມີແຈ້ງການຂອງພະແນກໄປສະນີທຸລະຄົມ ແລະ ການສື່ສານ ນວ ສະບັບເລກທີ 56/ພປທສ ລົງວັນທີ 14 ກັນຍາ 2020 ໃຫ້ຢຸດເຊົາບໍລິການແລ້ວ ຍ້ອນວ່າຮ້ານດັ່ງກ່າວລະເມີດຂໍ້ຕົກລົງເລກທີ 828/ປທສ ລົງວັນທີ 11 ເມສາ 2015 ວ່າດ້ວຍການໃຫ້ບໍລິການຮ້ານອິນເຕີເນັດຄາເຟ່ ແລະ ບໍ່ປະຕິບັດຕາມແຈ້ງການຂອງລັດຖະບານແຫ່ງ ສປປລາວ ສະບັບເລກທີ 838/ສນວ ລົງວັນທີ 7 ສິງຫາ 2020.

ພັທ ດວງໃຈ ແກ້ວນະຄອນ ໃຫ້ຮູ້ວ່າຜ່ານການກວດກາຕົວຈິງ ໄດ້ພົບເຫັນ ຢ ບ ຈຳນວນ 135ເ ມັ ດ ຕົກເຮ່ຍຢູ່ຕາມພື້ນຂອງຮ້ານ ແລະ ມີໄວຫຼຸ້ນຈຳນວນ 19 ຄົນ, ຍິງ 2 ຄົນ ທີ່ເຂົ້າໄປມົ້ວສຸມ ຢ ໃນສະຖານທີ່ນັ້ນ ແລະ ໄດ້ກວດພົບ ຢ ບ ນຳຍິງສາວຄົນໜຶ່ງຈຳນວນ 2 ເ ມັ ດ; ເຈົ້າໜ້າທີ່ຈຶ່ງໄດ້ນຳຕົວພວກກ່ຽວທັງໝົດ 19 ຄົນມາທຳການສອບສວນ ທີ່ຫ້ອງການ ປກສ ກຸ່ມ ເພື່ອຊອກຫາເຈົ້າຂອງ ຢ ບ ຈຳນວນ 135ເ ມັ ດ ທີ່ຕົກເຮ່ຍ ຜ່ານການສອບສວນຂອງເຈົ້າໜ້າທີ່ແມ່ນບໍ່ມີຫຼັກຖານຢັ້ງຢືນວ່າ ຢ ບ ຈຳນວນດັ່ງກ່າວເປັນຂອງໃຜ ເພາະກ່ອນ ເຈົ້າໜ້າທີ່ຈະເຂົ້າກວດໄດ້ມີຈຳນວນໄວຫຼຸ້ນກຸ່ມໜຶ່ງໄດ້ພາກັນແລ່ນອອກຈາກຮ້ານເອົາຕົວຫຼົບໜີ.
ຫຼັງຈາກນັ້ນເຈົ້າໜ້າທີ່ ປກສ ກຸ່ມສີຖານ ຈຶ່ງໄດ້ຂໍຄຳເຫັນຈາກຄະນະກອງບັນຊາການ ປກສ ເມືອງສີໂຄດຕະບອງ ນວ ຈຶ່ງມີທິດຊີ້ນຳໃຫ້ທຳການສຶກສາອົບຮົມຜູ້ມົ້ວສຸມຈຳນວນດັ່ງກ່າວ ພ້ອມຊີ້ແຈງໃຫ້ຜູ້ປົກຄອງຮັບຮູ້ ແລະ ເຂົ້າເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງ ຢ ທີ່ມີຜົນຕໍ່ສຸຂະພາບຂອງຜູ້ເ ສ ບ ແລະ ສ້າງຄວາມສູນເສຍທັງກຳລັງແຮງງານ ແລະ ຊັບສິນຂອງຄອບຄົວ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະເປັນການກົດໜ່ວງທ່ວງດຶງ ໃນການສ້າງສາພັດທະນາປະເທດຊາດອີກດ້ວຍ.