ໃນວັນທີ 18/3/2021 ເວລາ 22:20ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 5432 3636 ວ່າມີລົດໃຫຍ່ຕຳລົດຈັກແລ້ວຫລົບຫນີ ທີ່ເຂດບ້ານໄຜ່ລ້ອມ ຫລັກ24 ເມືອງໄຊທານີ ນ.ວ ສ່ວນລົດໃຫຍ່ລົບຫນີໄປຕາມເສັ້ນທາງ 13 ໃຕ້

.

ຫນ່ວຍກູ້ໄພອາສາເພື່ອປະຊາຊົນຈຶ່ງໄດ້ອອກກວດສອບເຫດພົບຜູ້ເສຍຊີວິດ ເປັນເພດຊາຍ1 ຄົນ ອາການແມ່ນ ກະທົບຄໍ ຄາງຈີກ ແລະ ມີບາດຖະຫລອດ ຕາມຕົນໂຕ

ດັ່ງນັ້ນຫນ່ວຍກູ້ໄພອາສາເພື່ອປະຊາຊົນຈຶ່ງໄດ້ຈຶ່ງໄດ້ທຳການປະສານຫາເຈົ້າຫນ້າທີ່ ທີ່ກ່ຽວຂ້ອງລົງກວດສອບ ແລະໄດ້ທຳການຫໍ່ສົບຜູ້ກ່ຽວນຳສົ່ງໃຫ້ຍາດພີ່ນ້ອງ ເພື່ອທຳພິທີທາງສາດສະຫນາຕໍ່ໄປ

ຕໍ່ກັບເຫດການດັ່ງກ່າວຫນ່ວຍກູໄພເຮົາຈຶ່ງໄດ້ມອບຫີບ 1 ຫນ່ວຍທີ່ ປະຊາຊົນ ບໍລິຈາກມາເພື່ອສະເດາະເຄາະ ໃສ່ໃຫ້ຜູ້ກ່ຽວ

ຂໍສະແດງຄວາມເສຍໃຈກັບເຫດການຄັ້ງນີ້ດ້ວຍ ຂໍໃຫ້ຄົນກໍເຫດກັບມາຮັບຜິດຊອບກັບການກະທໍາຂອງຕົນເອງດ້ວຍ

.

.

.
